ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດລັດເຊຍ,ຍີ່ປຸ່ນແລະກູບາ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງີນ
ຕ້ອນຮັບເອກອັກຄະລັດຖະທູດ ລັດເຊຍ Konstantin Vnukov
|
(vovworld)- ຕອນບ່າຍວັນທີ 8/6 ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງີນ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ລັດເຊຍ Konstantin Vasilievich Vnukov, ເອກອັກຄະລັດຖະທູດ ຍີ່ປຸ່ນ Fukada Hiroshi ແລະ ເອກອັກຄະລັດຖະທູດ ກູບາ Herminio Lopez Diaz. ທີ່ການຕ້ອນຮັບເອກອັກຄະລັດຖະທູດ ລັດເຊຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ປາດຖະຫນາຢາກໃຫ້ສອງປະເທດສືບຕໍ່ມີບັນດາການພົວພັນຮອບດ້ານໃນທຸກຂົງເຂດ ແລະ ຕີລາຄາສູງຄວາມສຳຄັນໃນການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ. ທີ່ການຕ້ອນຮັບເອກອັກຄະລັດຖະທູດ ຍີ່ປຸ່ນ, ທ່ານນາງຫງວຽນທິກີມເງິນ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ແລະ ສະເຫນີ ຍີ່ປຸ່ນ ຊ່ວຍຫວຽດນາມ ຕ້ານສະພາບນ້ຳທະເລຊືມເຂົ້າເຂດທົ່ງພຽງແມ່ນນ້ຳຂອງ ແລະ ຕ້ານການແຫ້ງແລ້ງຢູ່ໄຕງວຽນ. ເອກອັກຄະລັດຖະທູດ ຍີ່ປຸ່ນ ຢືນຢັນ: ຍີ່ປຸ່ນ ຈະສືບຕໍ່ຊ່ວຍເຫລືອ ODA ໃຫ້ແກ່ຫວຽດນາມ, ຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທີ່ການຕ້ອນຮັບເອກອັກຄະລັດຖະທູດ ກູບາ, ທ່ານນາງ ຫງວຽນທິກີມເງິນ ອວຍພອນບັນດາຜົນງານອັນໃຫຍ່ຫລວງຊື່ງປະຊາຊົນກູບາບັນລຸໄດ້ໃນທຸກຂົງເຂດ ພັດທະນາເສດຖະກິດສັງຄົມ ແລະ ການຕ່າງປະເທດໃນໄລຍະຜ່ານມາ. ສ່ວນທ່ານເອກອັກຄະລັດຖະທູດ ກູບາ ຢືນຢັນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພັດທະນາເສດຖະເກິດ, ສັງຄົມຂອງສອງປະເທດ.