ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດລາວ
ເລຕວຽດ, ມີບິ່ງ/ນັກຂ່າວ VOV -  
ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະ
ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດລາວ
(vovworld) - ຕອນບ່າຍວັນທີ 26/9, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ພົບປະເຈລະຈາກັບ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍຕູ້. ປະທານສະພາແຫ່ງຊາດທັງສອງປະເທດ ໄດ້ພ້ອມກັນຕີລາຄາໝາກຜົນວຽກງານຕິດຕາມກວດກາ ການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ເປັນເອກະພາບບັນດາທິດທາງ, ມາດຕະການເພື່ອສືບຕໍ່ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການນິຕິບັນຍັດ. ທັງສອງທ່ານນາງໄດ້ສະແດງຄວາມພາກພູມໃຈເມື່ອເຫັນວ່າ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ODA ລະຫວ່າງສອງປະເທດສືບຕໍ່ພັດທະນາ. ປະຈຸບັນ, ຫວຽດນາມ ເປັນນັກລົງທຶນຢືນອັນດັບ 3 ຢູ່ ລາວ ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນກວ່າ 5 ຕື້ USD, ຄຽງຂ້າງນັ້ນ, ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດການສຶກສາ, ຄົມມະນາຄົມຂົນສົ່ງ, ການເງິນ - ທະນາຄານ, ສາທາລະນະສຸກ, ວັດທະນະທຳ, ການທ່ອງທ່ຽວ, ການແລກປ່ຽນປະຊາຊົນ ກໍ່ນັບມື້ນັບມີປະສິດທິຜົນ ແລະ ໄດ້ຮັບການເປີດກວ້າງ. ທັງສອງຝ່າຍໄດ້ກໍ່ສ້າງເສັ້ນຊາຍແດນມິດຕະພາບ, ສັນຕິພາບສຳເລັດຜົນ.
ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ເພີ່ມທະວີການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແບ່ງປັນບົດຮຽນ, ໂດຍສະເພາະແມ່ນໃນການກໍ່ສ້າງລະບອບ, ລະບົບກົດໝາຍ, ບົດຮຽນ ແລະ ການຕິດຕາມກວດກາການຜັນຂະຫຍາຍການປະຕິບັດກົດໝາຍ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສລັດຖະສະພາສາກົນ. ສະພາແຫ່ງຊາດ ລາວ ສະໜັບສະໜູນເນື້ອໃນຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ 49, ກ່ຽວກັບທະເລຕາເວັນອອກ. ໃນການຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ຂອງຢ່າງມີປະສິດທິຜົນ, ຝ່າຍລາວໃຫ້ຄຳໝັ້ນສັນຍາຈະຜັນຂະຫຍາຍການປະຕິບັດຂໍ້ຕົກລົງຮ່ວມກັນລະຫວ່າງການນຳສອງປະເທດຢ່າງຖືກຕ້ອງ.
ເລຕວຽດ, ມີບິ່ງ/ນັກຂ່າວ VOV