ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບປະທານາທິບໍດີ ແລະ ນາຍົກລັດຖະມົນຕີຮູງກາຣີ
ເລຕວຽດ,ນັກຂ່າວ VOV -  
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານປະທານາທິບໍດີ ຮູງກາຣີ Asder Janos
|
(vovworld) – ຕອນບ່າຍວັນທີ 10/4, ຢູ່ Budapest, ປະເທດ ຮູງກາຣີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຈລະຈາກັບທ່ານປະທານາທິບໍດີ ຮູງກາຣີ Asder Janos. ແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຈລະຈາລະຫວ່າງປະທານສະພາແຫ່ງຊາດ 2 ປະເທດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ຫວຽດນາມ ແລະ ຮູງກາຣີ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ. ຫວຽດນາມ ຢັ້ງຢືນສະໜັບສະໜູນ ຮູງກາຣີ ອອກສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2017 – 2019. 2 ປະເທດປະຕິບັດກົນໄກທາບທາມຄຳເຫັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ. ທ່ານປະທານາທິບໍດີ Asder Janos ຢັ້ງຢືນວ່າ ຍາມໃດຮູງກາຣີ ກໍ່ຖືເປັນສຳຄັນບົດບາດຂອງປະຊາຄົມຊາວ ຫວຽດນາມ ແລະ ບັນດາອະດີດນັກຮຽນຢູ່ ຮູງກາຣີ. ທ່ານປະທານາທິບໍດີ ຮູງກາຣີ Asder Janos ປາດຖະໜາວ່າ ຊາວ ຫວຽດນາມ ໄດ້ ແລະ ພວມດຳລົງຊີວິດ, ຮ່ຳຮຽນຢູ່ ຮູງກາຣີ ສືບຕໍ່ຊຸກຍູ້ການພັດທະນາການພົວພັນລະຫວ່າງ 2 ປະເທດ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ໃນການພົບປະກັບທ່ານນາຍົກລັດຖະມົນຕີ ຮູງກາຣີ Orban Viktor, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຊົມເຊີຍນະໂຍບາຍຂອງ ຮູງກາຣີ ໃນການຊຸກຍູ້ການຮ່ວມມືເສດຖະກິດ 2 ປະເທດ, ໃນນັ້ນມີການເຊັນສັນຍາແມ່ກ່ຽວກັບການຮ່ວມມືຊ່ວຍເຫຼືອບ້ວງສິນເຊື່ອທີ່ມີມູນຄ່າ 440 ລ້ານເອີໂຣ. ທ່ານນາຍົກລັດຖະມົນຕີ Orban Viktor ໃຫ້ຮູ້ວ່າ ຮູງກາຣີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານນາຍົກລັດຖະມົນຕີ ຮູງກາຣີ Orban Viktor ມີຄວາມຍິນດີຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ໃນປີນີ້ຈະມາຢ້ຽມຢາມ ຫວຽດນາມ.
ເລຕວຽດ,ນັກຂ່າວ VOV