ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມການເຈລະຈາວິສາຫະກິດ ຫວຽດນາມ - ອົດສະຕາລີ

(VOVWORLD) - ຕອນບ່າຍວັນທີ 01 ທັນວາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນ Perth, ເມືອງເອກຂອງລັດ ອົດສະຕາລີຕາເວັນຕົກ, 
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມການເຈລະຈາວິສາຫະກິດ ຫວຽດນາມ - ອົດສະຕາລີ - ảnh 1

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການເຈລະຈາວິສາຫະກິດ ຫວຽດນາມ - ອົດສະຕາລີ ໂດຍກະຊວງແຜນການ ແລະ ການລົງທຶນ, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Perth ແລະ ອຳນາດການປົກຄອງລັດ ອົດສະຕາລີຕາເວັນຕົກ ສົມທົບກັນຈັດຕັ້ງ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກໃຫ້ບັນດາວິສາຫະກິດ ອົດສະຕາລີ, ບົນພື້ນຖານຄວາມຕ້ອງການ ແລະ ທ່າແຮງຂອງຕົນ, ຈະເປີດກ້ວາງບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດກັບ ຫວຽດນາມ ໃນບັນດາຂົງເຂດຄື:  ອຸດສາຫະກຳປະດິດສ້າງ, ພະລັງງານ, ກະສິກຳ, ການປຸງແຕ່ງອາຫານ; ແຮ່ທາດ, ໂທລະຄົມມະນາຄົມ, ການບໍລິການ, ການສຶກສາ, ການທ່ອງທ່ຽວກ່ວາອີກ ພ້ອມກັນນັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງຄວາມປາດຖະໜາວ່າ ອົດສະຕາລີ ແລະ ລັດອົດສະຕາລີຕາເວັນຕົກ ສ້າງເງື່ອນໄຂສະດວກກ່ວາອີກ ເພື່ອໃຫ້ບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ ຄື: ຜະລິດຕະພັນກະເສດ - ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ຜະລິດຕະພັນໄມ້, ຢາງພາລາ, ເຄື່ອງເອເລັກໂຕນິກ, ເຄື່ອງອາໄຫຼ່ຄອມພິວເຕີ…ຂອງ ຫວຽດນາມ ໄດ້ສຳພັດ ແລະ ເຮັດໃຫ້ອຸດົມສົມບູນກ່ວາ ໃນການເລືອກເຟັ້ນຂອງລູກຄ້າ ອົດສະຕາລີ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມການເຈລະຈາວິສາຫະກິດ ຫວຽດນາມ - ອົດສະຕາລີ - ảnh 2 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ Alcoa

        ແລະກໍ່ໃນຕອນແລງວັນທີ 1 ທັນວາ, ທີ່ນະຄອນ Perth, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ Alcoa ແລະ ການນຳບໍລິສັດ Austral ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມາຢ້ຽມຢາມລັດອົດສະຕາລີຕາເວັນຕົກ ໃນຂອບເຂດການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ