ທ່ານນາງຮອງປະທານປະເທດ ດັ້ງທິງອກທິງ
ເຮັດວຽກກັບແຂວງ ບີງທ້ວນ
(ພາບ: ຫືວຈີ)
(vovworld) – ຕອນບ່າຍວັນທີ 28/09, ຄະນະປະຕິບັດງານສະພາແຂ່ງຂັນ - ຍ້ອງຍໍສູນກາງ ໂດຍທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິງ ນຳໜ້າ ເຮັດວຽກກັບແຂວງ ບີງທ້ວນ ກ່ຽວກັບການຜັນຂະຫຍາຍ, ການປະຕິບັດບັນດາຂະບວນການແຂ່ງຂັນ, ຍ້ອງຍໍ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຮອງປະທານປະເທດ ຮຽກຮ້ອງແຂວງ ບີງທ້ວນ ຍູ້ແຮງວຽກງານແຂ່ງຂັນຍ້ອງຍໍ, ລົງເຂົ້າສູ່ຄວາມຈິງ, ມີຄຸນນະພາບກ່ວາ; ສືບຕໍ່ທະວີຄູນບັນດາແບບຢ່າງ, ຮູບແບບ, ພິເສດແມ່ນໃນບັນດາອົງການຈັດຕັ້ງ; ກວດກາ, ປັບປຸງກົງຈັກແຂ່ງຂັນຍ້ອງຍໍທຸກຂັ້ນ ແລະ ເພີ່ມທະວີການຕິດຕາມກວດກາ. ທ່ານນາງຮອງປະທານປະເທດ ກໍ່ຮຽກຮ້ອງແຂວງ
ບີງທ້ວນ ກວດກາຄືນບັນດາເປົ້າໝາຍນະໂຍບາຍ ເພື່ອແກ້ໄຂບັນດາລະບອບ, ຍ້ອງຍໍໃນປີ 2016.