ທ່ານນາງຮອງປະທານປະເທດຫງວຽນທິຢວານມອບຂອງຂວັນໃຫ້ແກ່ຄອບຄົວໃນເປົ້າໝາຍນະໂຍບາຍແຂວງກວ໋າງຈີ້
ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ພົບປະ, ຢື້ຢາມຖາມຂ່າວຄອບຄົວໃນເປົ້າໝາຍນະໂຍບາຍ
|
(vovworld)- ຕອນເຊົ້າວັນທີ 13/7, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ພົບປະ, ຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວໃນເປົ້າໝາຍນະໂຍບາຍຢູ່ບໍລິເວນແຂວງ ກວ໋າງຈີ້ ເນື່ອງໃນໂອກາດສະເຫລີມສະຫລອງ 67 ປີແຫ່ງວັນທະຫາຍເສຍອົງຄະນ, ນັກຮົບເສຍສະຫລະຊີວິດເພື່ອຊາດ. ທ່ານຮອງປະທານປະເທດ ໄດ້ຢື້ຢາມຖາມຂ່າວ ແລະ ຮັບຮູ້ບັນດາຄຸນງາມຄວາມດີອັນໃຫຍ່ຫລວງຂອງບັນດາແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະ, ຄອບຄົວໃນເປົ້າໝາຍນະໂຍບາຍ. ທ່ານນາງຮອງປະທານປະເທດ ກໍໄດ້ຍ້ອງຍໍສັນລະເສີນແຂວງ ກວ໋າງຈີ້ ໄດ້ປະຕິບັດວຽກງານເບິ່ງແຍງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນໄລຍະຜ່ານມາເປັນຢ່າງດີ. ໃນໂອກາດນີ້ ທ່ານນາງຮອງປະທານປະເທດ ໄດ້ມອບຂອງຂວັນ 30 ພູດ ໃຫ້ແກ່ຄອບຄົວໃນເປົ້າໝາຍນະໂຍບາຍ, ແຕ່ລະພູດລວມມູນຄ່າກວ່າ 2 ລ້ານດົງ .