ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ຢ້ຽມຢາມຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ
(VOVWORLD) - ເພື່ອປະຕິບັດບັນດາໜ້າທີ່ສຳຄັນໃຫ້ມີປະສິດທິຜົນ ແລະ ລຸລ່ວງໄປດ້ວຍດີນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ສະເໜີໃຫ້ຄະນະກຳມະການສາມັກຄີຊາວຄຼິດ ຫວຽດນາມ
ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກ່າວຄຳເຫັນທີ່ການເຮັດວຽກ
|
ເນື່ອງໃນໂອກາດກະກຽມຕ້ອນຮັບວັນບຸນຄຼິດສະມາດ ປີ 2018, ຕອນເຊົ້າວັນທີ 20 ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທີ້ງ ໄດ້ໄປຢ້ຽມຢາມ ຄະນະກຳມະການສາມັກຄີຊາວຄຼິດຫວຽດນາມ ແລະ ຄຸນພໍ່, ຫົວໜ້າຄະນະກຳມະການສາມັກຄີຊາວຄຼິດ ເຈິ່ນຊວນແມ້ງ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ອວຍພອນ ຄຸນພໍ່ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວຄຼິດທຸກຖ້ວນໜ້າ ຕ້ອນຮັບວັນບຸນຄຼິດສະມາດ ດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ຢັ້ງຢືນວ່າ ພໍ່ແມ່ປະຊາຊົນຊາວຄຼິດ ແມ່ນພາກສ່ວນໜຶ່ງ ເຊິ່ງບໍ່ອາດຕັດຂາດອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້.
ເພື່ອປະຕິບັດບັນດາໜ້າທີ່ສຳຄັນໃຫ້ມີປະສິດທິຜົນ ແລະ ລຸລ່ວງໄປດ້ວຍດີນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທີ້ງ ສະເໜີໃຫ້ຄະນະກຳມະການສາມັກຄີຊາວຄຼິດ ຫວຽດນາມ ສືບຕໍ່ເຕົ້າໂຮມ ຊາວຄຼິດໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ແນະນຳ, ລະດົມພໍ່ແມ່ປະຊາຊົນຊາວຄຼິດ ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ພິເສດແມ່ນ ຂະບວນການ “ ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ, ດຳລົງຊີວິດຢູ່ໃນສິນກິນໃນທຳ ” ໂດຍຄະນະກຳມະການປຸກລະດົມ.