ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ມອບທຶນສຶກສາ “ພ້ອມກັບພວກນ້ອງໄປໂຮງຮຽນ”

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ມອບທຶນສຶກສາ “ພ້ອມກັບພວກນ້ອງໄປໂຮງຮຽນ” - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ມອບ​ທຶນ​ສຶກສາ “ພ້ອມ​ກັບ​ພວກ​ນ້ອງ​​ໄປ​ໂຮງຮຽນ”
(ພາບ: TTXVN)


(vovworld) –  ວັນ​ທີ 22/07, ຢູ່​ນະຄອນ ຍາ​ຈາງ, ກອງ​ທຶນ​ຊ່ວຍເຫຼືອ​ເດັກ​ຫວຽດນາມ ​ໄດ້​ມອບ​ທຶນ​ສຶກສາ “ພ້ອມ​ກັບ​ພວກ​ນ້ອງ​​ໄປ​ໂຮງຮຽນ” 150 ພູດ ​ໃຫ້​ແກ່​ລູກ​ຫຼານ​ນັກຮົບ​ພວມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕເຂດທະ​ເລ, ໝູ່​ເກາະ ​ແລະ ​ເດັກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ແຂວງ ​ແຂ໋ງຮ່ວາ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ປະທານ​ສະພາ​ປົກ​ປ້ອງກອງ​ທຶນ​ຊ່ວຍເຫຼືອ​ເດັກ​ຫວຽດນາມ  ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ນັກຮຽນ​ແຕ່ລະຄົນ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 3 ລ້ານ​ດົງ. ລາຍການທຶນ​ສຶກສາ “ພ້ອມ​ກັບ​ພວກ​ນ້ອງ​​ໄປ​ໂຮງຮຽນ” ​​ໄດ້​ຮັບ​ການ​ປຸກລະດົມ​ແຕ່​ເດືອນ 09/2013, ກອງ​ທຶນ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ນັກຮຽນ​ປະມານ 6.500 ຄົນ ຢູ່ 48 ​ແຂວງ, ນະຄອນ ດ້ວຍ​ຈຳນວນ​ເງິນ​ເກືອບ 19 ຕື້​ດົງ.

ຂ່າວ/ບົດ​ອື່ນ