ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ເຂົ້າຢ້ຽມຂ່ຳນັບປະທານາທິບໍດີ ສະວິດ

(VOVWORLD) - ວັນທີ 03 ກໍລະກົດ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ແລະ ມີການພົບປະກັບທ່ານປະທານາທິບໍດີ ສະວິດ Ueli Maurer ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງມີ 29 ຢູ່ນະຄອນ Basel, ສະວິດ ໃນລະຫວ່າງວັນທີ 03 – 07 ກໍລະກົດ. 

ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ສະວິດ.

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ເຂົ້າຢ້ຽມຂ່ຳນັບປະທານາທິບໍດີ ສະວິດ - ảnh 1ທີ່ການພົບປະ 

        ສ່ວນທ່ານປະທານາທິບໍດີ ສະວິດ Ueli Maurer ໄດ້ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ປາດຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກຕັ້ງໜ້າທີ່ມີຄວາມຮັບຜິດຊອບຢູ່ບັນດາອົງການຈັດຕັ້ງສາກົນ ເຊິ່ງ 2 ຝ່າຍເປັນສະມາຊິກ.

        ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ກໍ່ສະແດງຄວາມປາດຖະໜາວ່າ: ສະວິດ ຈະສືບຕໍ່ມີທັດສະນະສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ດ້ວຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).  2 ຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນ ເພື່ອຮັບປະກັນການເຄົາລົບກົດໝາຍໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ