ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ
ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັງ
(vovworld) – ຕອນບ່າຍວັນທີ 23/12 ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັງ. ທີ່ການເຮັດວຽງກັບການນຳແຂວງ ກາວບັງ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະເໜີວ່າ ປີ 2017, ແຂວງ ກາວບັງ ຄວນປະຕິບັດຫລາຍມາດຕະການຄົບຊຸດ, ພິເສດແມ່ນສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ຕິດພັນກັບວຽກງານກໍ່ສ້າງຊົນນະບົດໃໝ່. ແຂວງ ກາວບັງ ຄວນຖືເປັນສຳຄັນວຽກງານປະຕິຮູບດ້ານບໍລິຫານ, ສ້າງຄວາມສະດວກໃຫ້ປະຊາຊົນ ແລະ ວິສາຫະກິດ.
ກ່ອນໜ້ານັ້ນ ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ມາຖະຫວາຍທູບທຽນ ແລະ ດອກໄມ້ຢູ່ວິຫານພົນເອກ ຫວໍງວຽນຢ໋າບ ໃນເຂດປູຊະນີຍະຊະຖານແຫ່ງຊາດພິເສດປ່າໄມ້ ເຈີ່ນຮຶງດ້າວ ຢູ່ຕາແສງ ຕາມກິມ, ເມືອງ ຫງວຽນບີງ, ກາວບັງ.