ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ໄປປະຕິບັດງານທີ່ອາເມລິກາ

ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ໄປປະຕິບັດງານທີ່ອາເມລິກາ - ảnh 1
( ພາບປະກອບ )

( vovworld ) -   ​ໃນ​ລະຫວ່າງ​ວັນ​ທີ 24 – 26/6, ທ່ານ​ນາງ​ເລຂາ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Thi Kim Ngan ​ໄດ້​ນຳ​ໜ້າ​ຄະນະ​ການ​ນຳ​ຂັ້ນສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ. ທີ່​ບັນດາ​ການ​ເຮັດ​ວຽກ ​ແລະ ​ເຈລະຈາ​ລະຫວ່າງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ກັບບັນ​ດາ​ສະມາຊິກ​ສະພາ​​ແຫ່ງ​ຊາດການ​ນຳ​ສັງ​ກັດ​ພັກ​ປະຊາທິປະ​ໄຕ ​ແລະ ພັກສາ​ທາ​ລະນະ​ລັດ, ​ແລກປ່ຽນ​ກັບ​ຮອງ​ຜູ້​ຊ່ວຍ​ວຽກ​ຂອງ​ທ່ານ​ປະທານາທິບໍດີ, ທີ່ປຶກສາຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Anthony Blinken, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຄວນສືບຕໍ່​ຍົກ​ສູງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ຢ່າງ​ເລິກ​ເຊິ່ງກວ່າ​ອີກ, ​ເພື່ອ​ຜົນ​ປະ​ໂຍດ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ,​ ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ, ການພົບ​ປະລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນມີ​ການ​​ເພີ່ມ​ທະວີ​ການແລກປ່ຽນ, ຮ່ວມ​ມື​ເພື່ອ​ມຸ່ງ​ໄປ​ເຖິງ​ເລື່ອງ​ອາ​ເມ​ລິ​ກາ ຮັບ​ຮູ້​ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດການ​ຕະຫຼາດ​​ໂດ​ຍ​ໄວ ​ແລະ ສະຫງວນ​ລະບອບ​ໃຫ້​ບູລິ​ມະ​ສິດດ້ານພາສີ​ທົ່ວ​ໄປ ( GSP ) ໃຫ້​ແກ່​ຫວຽດນາມ, ສະກັດ​ກັ້ນ​ການ​ຈັດ​ວາງ​ບັນດາ​ຮົ້ວ​ກີດຂວາງ​ດ້ານການ​ຄ້າ​ສຳລັບ​ສິນຄ້າ​ສົ່ງ​ອອກ​ຂ​ອງຫວຽດນາມ ໄປ​ຍັງ​ຕະຫຼາດ​ອາ​ເມ​ລິ​ກາ. ສອງ​ຝ່າຍ​ກໍ​ແບ່ງປັນ​ທັດສະນະ​ທີ່ວ່າ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ພວມ​ຜົ້ນ​ເດັ່ນຂຶ້ນ​ຄື ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ

ຂ່າວ/ບົດ​ອື່ນ