(vovworld) – ທີ່ການຕ້ອນຮັບທ່ານຫົວໜ້າອົງການກວດສອບບັນຊີແຫ່ງລາຊະອານາຈັກ Bhutan, Dasho Ugen Chewang, ໃນຕອນບ່າຍວັນທີ 05/08, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງການພົວພັນຮ່ວມມືອັນດີງາມ 2 ຝ່າຍ ລະຫວ່າງອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ອົງການກວດສອບບັນຊີແຫ່ງລາຊະອານາຈັກ Bhutan. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການເມື່ອວັນທີ 19/01/2012 ມາຮອດປະຈຸບັນ, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ອົງການກວດສອບບັນຊີແຫ່ງລາຊະອານາຈັກ Bhutan ໄດ້ເປັນເຈົ້າການ, ຕັ້ງໜ້າສ້າງຕັ້ງການພົວພັນຮ່ວມມືຜ່ານການແລກປ່ຽນຄະນະຜູ້ແທນຂັ້ນສູງ, ແບ່ງປັນບົດຮຽນດ້ານວິຊາການໃນຂົງເຂດການກວດສອບບັນຊີສາທາລະນະ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ: ໃນໄລຍະຈະມາເຖິງອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ອົງການກວດສອບບັນຊີແຫ່ງລາຊະອານາຈັກ Bhutan ຈະສືບຕໍ່ແລກປ່ຽນຂໍ້ມູນຕື່ມອີກ ແລະ ຄົ້ນຄວ້າບົດຮຽນເຊິ່ງກັນ ແລະ ກັນເພື່ອຮັບໃຊ້ວຽກງານປັບປຸງກົດໝາຍ. ທ່ານນາງຮອງປະທານສະພາແຫ່ງຊາດເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືລະຫວ່າງ 2 ປະເທດຫວຽດນາມ - Bhutan ເວົ້າລວມ ແລະ 2 ອົງການກວດສອບບັນຊີແຫ່ງລັດເວົ້າສະເພາະ ຈະນັບມື້ນັບພັດທະນາຢ່າງມີປະສິດທິຜົນ, ຜ່ານນັ້ນເພີ່ມທະວີຄວາມສາມັກຄີ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ.
ທ່ານຫົວໜ້າອົງການກວດສອບບັນຊີ Dasho Ugen Chewang ສະແດງຄວາມປາດຖະໜາວ່າ, ໃນໄລຍະຈະມາເຖິງອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ອົງການກວດສອບບັນຊີແຫ່ງລາຊະອານາຈັກ Bhutan ຈະສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນ, ແບ່ງປັນບົດຮຽນໃນຂົງເຂດວິຊາການ, ຊຸກຍູ້ການຈັດຕັ້ງຄະນະຜູ້ແທນ 2 ປະເທດໄປຢ້ຽມຢາມເຊິ່ງກັນ ແລະ ກັນ.