ທ່ານນາງ H.Clinton ຍາດໄດ້ໄຊຊະນະໃຫຍ່ຢູ່ California
ທ່ານນາງອະດີດລັດຖະມົນຕີການຕ່າງປະເທດອາເມລິກາ Hilary Clinton
(ພາບປະກອບ: EPA/TTXVN)
(vovworld) - ໂດຍສືບຕໍ່ໄຊຊະນະຢ່າງຕໍ່ເນື່ອງຢູ່ 3 ລັດແມ່ນລັດ New Jersey, Dokota ໃຕ້ ແລະ New Mexico ໃນມື້ “ວັນອັງຄານທຸດທ້າຍ” 07/06 (ຕາມເວລາທ້ອງຖິ່ນ), ທ່ານນາງອະດີດລັດຖະມົນຕີການຕ່າງປະເທດອາເມລິກາ Hilary Clinton ຍາດໄດ້ໄຊຊະນະອັນໃຫຍ່ຫຼວງຢູ່ລັດ California. ຕາມຜົນທີ່ປະກາດໃນບັນດາພາຫະນະສື່ມວນຊົນແລ້ວ, ທ່ານນາງ Hilary Clinton ຍາດໄດ້ບັດສະໜັບສະໜູນຈາກຜູ້ແທນຕື່ມອີກ 307 ບັດໃນຈຳນວນ 550 ບັດຢູ່ລັດ California. ໃນຂະນະນັ້ນ, ຄູ່ແຂ່ງຂອງທ່ານນາງແມ່ນສະມາຊິກສະພາສູງລັດ Vermont, ທ່ານ Bernie Sanders, ຍາດໄດ້ບັດສະໜັບສະໜູນພຽງ 155 ບັດເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ທ່ານ Sanders ຖະແຫຼງວ່າ ທ່ານບໍ່ປະລະການຊ່ວງເສັງ ແລະ ຈະມານະພະຍາຍາມເຕົ້າໂຮມກຳລັງໃຫ້ການເລືອກຕັ້ງເບື້ອງຕົ້ນຢູ່ນະຄອນຫຼວງ ວໍຊິງຕັນ ໃນວັນທີ 14/06 ຈະມາເຖິງ.