ທ່ານນາງ H.Cinton ຍາດເອົາໄຊຊະນະຢູ່ລັດIowa
(ພາບ: Reuters)
(vovworld) - ຕາມໝາກຜົນແຫ່ງການນັບບັດເລືອກຕັ້ງຢ່າງເປັນທາງການ, ເຊິ່ງປະກາດໃນວັນທີ 02/02, ໃນການເລືອກຕັ້ງເບື້ອງຕົ້ນຢູ່ລັດ Iowa ເພື່ອຊອກຫາຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ຂອງພັກປະຊາທິປະໄຕ, ອະດີດລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ Hillary Clinton ຍາດໄດ້ໄຊຊະນະຕໍ່ທ່ານ Bernie Sanders ສະມາຊິກສະພາສູງ ໃນການເລືອກຕັ້ງເບື້ອງຕົ້ນຢູ່ລັດ Iowa ທີ່ດຳເນີນໃນວັນທີ 01/02. ດ້ວຍ 100% ຈຳນວນບັດທີ່ໄດ້ນັບນັ້ນ, ທ່ານນາງ Clinton ຍາດໄດ້ 49,8% ຈຳນວນບັດສະໜັບສະໜູນ, ໃນຂະນະນັ້ນທ່ານ Bernie Sanders ສະມາຊິກສະພາສູງ ບັນລຸໄດ້ 49,6%, ປະທານພັກປະຊາທິປະໄຕຢູ່ລັດ Iowa ທ່ານນາງ Andy McGuire ໄດ້ເອີ້ນໝາກຜົນນີ້ເກືອບເທົ່າກັນໃນປະຫວັດສາດການປະຊຸມລັບຄັ້ງຕ່າງໆຂອງພັກປະຊາທິປະໄຕຢູ່ລັດ Iowa”. ກ່ອນໜ້ານັ້ນ, ຄະນະຂົນຂວາຍການຫາສຽງເລືອກຕັ້ງຂອງທ່ານນາງ Clinton ໄດ້ປະກາດໄຊຊະນະຕໍ່ທ່ານ Bernie Sanders.