ທ່ານ​ນາ​ຍົກ​ລັກ​ຖ​ະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ແຂ​່ງ​ຂັນຕັດ​ສິນ​ໃຈ​ຍາ​ດ​ເອົາ​ໄຊ​ຊະ​ນະ​ໃນທົ່ວ​ກອ​ງ​ທັບ​ຄັ້ງ​ທີ X

(VOVWORLD) -ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາແຂ່ງຂັນ ຍ້ອງຍໍ, ມອບລາງວັນສູນກາງ, ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະໃນທົ່ວກອງທັບຄັ້ງທີ X. 
ທ່ານ​ນາ​ຍົກ​ລັກ​ຖ​ະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ແຂ​່ງ​ຂັນຕັດ​ສິນ​ໃຈ​ຍາ​ດ​ເອົາ​ໄຊ​ຊະ​ນະ​ໃນທົ່ວ​ກອ​ງ​ທັບ​ຄັ້ງ​ທີ X - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ແມ່ນການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນ ພ້ອມກັບທົ່ວພັກ, ລັດ ແລະ ທົ່ວກອງທັບ ອອກແຮງແຂ່ງຂັນ, ຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່ - ທັງຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ທັງປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ຢ່າງມີໄຊ. ທ່ານກ່າວວ່າ:

ບັນດາຫົວໜ່ວຍໃນກອງທັບໄດ້ຍູ້ແຮງການເຄື່ອນໄຂຂົນຂວາຍປະຊາຊົນ, ປະຕິບັດການເຄື່ອນໄຫວຂົນຂວາຍປະຊາຊົນຢ່າງມີປະສິດທິຜົນ, ກອງທັບຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ກອງທັບຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ, ດ້ວຍບັນດາວຽກງານຢ່າງລະອຽດ, ແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ