ທ່ານນາຍົກລັດຖົມນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳການລັດຖະບານກ່ຽວກັບໂຄງການຄົມມະນາຄົມຈຳນວນໜຶ່ງ
(VOVWORLD) -ໃນຕອນບ່າຍວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳການລັດຖະບານກ່ຽວກັບບັນດາວິທີການຍູ້ໄວຄວາມຄືບໜ້າບັນດາໂຄງການລົງທຶນກໍ່ສ້າງບາງຕອນຢູ່ເສັ້ນທາງດ່ວນເໜືອ - ໃຕ້ ແລະ ໂຄງການເສັ້ນທາງດ່ວນ ມີຖ້ວນ - ເກິ່ນເທີ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) |
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຖືວ່າ ການຍູ້ໄວຄວາມຄືບໜ້າໃນການປ່ອຍເງິນໃຫ້ແກ່ບັນດາໂຄງການ, ກິດຈະກຳພື້ນຖານໂຄງລ່າງ ຄົມມະນາຄົມ - ຂົນສົ່ງໃຫຍ່ແມ່ນມີຄວາມສຳຄັນພິເສດໃນສະພາບການພື້ນຖານເສດຖະກິດພວມໄດ້ຮັບຜົນກະທົບອັນໃຫຍ່ຫຼວງຈາກ ໂລກລະບາດ Covid -19. ໃນນັ້ນ, ບັນດາໂຄງການສ່ວນໜຶ່ງຂອງ ເສັ້ນທາງດ່ວນ ເໜືອ - ໃຕ້ ແລະ ເສັ້ນທາງດ່ວນ ຈູງເລືອງ - ມີຖ້ວນ - ເກິ່ນເທີ ຕ້ອງໄດ້ຮັບການແກ້ໄຂຄວາມຫຍຸ້ງຍາກຢ່າງຮີບດ່ວນ, ຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍການປະຕິບັດ.
ສຳລັບໂຄງການຂົວມີຖ້ວນ 2, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງຊຸກຍູ້ການຜັນຂະຫຍາຍເພື່ອນຳເຂົ້າໃຊ້ການໂດຍໄວ.