ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
|
(vovworld)- ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 16-17/1/2017, ຕອນຄ່ຳວັນທີ 16/1 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເປັນປະທານການປະຊຸມຂ່າວ ໂດຍມີການເຂົ້າຮ່ວມຂອງນັກຂ່າວສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເນັ້ນຫນັກວ່າ: ຍີ່ປຸ່ນ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງໄດ້ສະຫນິດຕິດພັນກັນດ້ວຍເຂດທະເລເສລີ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢືນຢັນ: ຟີລີບປີນ, ອິນໂດເນເຊຍ ແລະ ອົດສະຕາລີ, ຊື່ງແມ່ນບັນດາປະເທດໃນການຢ້ຽມຢາມຄັ້ງນີ້ລ້ວນແຕ່ແມ່ນບັນດາປະເທດບ້ານໃກ້ເຮືອນຄຽງສຳຄັນ ພ້ອມກັນແບ່ງປັນເຂດທະເລທີ່ກວ້າງໃຫຍ່ນັ້ນແມ່ນເຂດທະເລ ປາຊີຟີກ ແລະ ພ້ອມກັນແບ່ງປັນບັນດາຄຸນຄ່າພື້ນຖານກັບຍີ່ປຸ່ນ. ຫລັກການຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ມີບົດບາດສຳຄັນທີ່ສຸດ. ເພື່ອປະຕິບັດຫລັກການນັ້ນ, ການເຄົາລົບກົດໝາຍຕ້ອງຊາບຊຶມຢ່າງຄົບຖ້ວນ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ: ໂດຍອີງໃສ່ການເຮັດວຽກກັບລັດຖະບານຫວຽດນາມ ແລະ ຄວາມມຸ້ງມາດປາດຖະຫນາຈາກ ຝ່າຍ ຫວຽດນາມ, ຍີ່ປຸ່ນ ໄດ້ຕົກລົງສະຫນອງບັນດາກຳປັ່ນລາດຕະເວັນໃຫມ່ໃຫ້ແກ່ຫວຽດນາມ, ຍີ່ປຸ່ນ ຍັງຄົງສືບຕໍ່ຫນູນຊ່ວຍຍົກສູງກຳລັງຄວາມສາມາດຂອງກຳລັງຕຳຫລວດທະເລຫວຽດນາມຂຶ້ນຕື່ມ.