(vovworld) - ວັນທີ 18/01, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີ ຄັ້ງທີ 47 ຂອງເວທີປາໄສເສດຖະກິດໂລກ (WEF) ໄດ້ມີການພົບປະກັບຜູ້ອຳນວຍການຝ່າຍບໍລິຫານ Philipp Roesler ແລະ ບາງກຸ່ມບໍລິສັດສະມາຊິກໃນຂົງເຂດການເງິນຂອງ WEF. ຕໍ່ໜ້າບັນດານັກລົງທຶນ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ລັດຖະບານຫວຽດນາມ ພວມສຸມໃສ່ທຸກແຫຼ່ງກຳລັງ, ຄວາມສາມາດເພື່ອແກ້ໄຂບັນຫາລະບອບລະບຽບການຕາມທຳນຽມສາກົນ ແລະ ຕາມເສດຖະກິດການຕະຫຼາດໃນທຸກຂົງເຂດ.
ທ່ານນາຍົກລັດຖະມົນຕີສະແດງຄວາມສົນໃຈເຖິງ 12 ເສົ້າຄຳ້ກ່ຽວກັບກຳລັງແກ່ງແຍ້ງທົ່ວໂລກ ເຊິ່ງ WEF ນຳໃຊ້ເພື່ອຕີລາຄາກຳລັງຄວາມສາມາດແກ່ງແຍ້ງຂອງບັນດາປະເທດ, ໃນນັ້ນມີຫວຽດນາມ.
“ໃນ 12 ເສົ້າຄຳ້ກ່ຽວກັບກຳລັງແກ່ງແຍ້ງດັ່ງກ່າວ, ພວກຂ້າພະເຈົ້າຖືວ່າ, ລະບອບລະບຽບການແມ່ນມີຄວາມສຳຄັນ. ສະນັ້ນ, ລັດຖະບານຫວຽດນາມ ໄດ້ສຸມທຸກແຫຼ່ງກຳລັງ, ຄວາມສາມາດເພື່ອແກ້ໄຂບັນຫາລະບອບລະບຽບການຕາມທຳນຽມສາກົນ ແລະ ຕາມເສດຖະກິດການຕະຫຼາດໃນທຸກຂົງເຂດ, ພິເສດແມ່ນການເງິນທະນາຄານ, ຊັບສິນທາງປັນຍາ, ການປົກປັກຮັກສາສິ່ງແວດລ້ອມ, ແກ້ໄຂການຂັດແຍ້ງກັນ… ພື້ນຖານລະບອບລະບຽບການນັ້ນແມ່ນຕ້ອງຮັບປະກັນລັກສະນະຮອບດ້ານ, ກວມລວມ, ມອບໂອກາດໃຊ້ປະຊາຊົນທຸກຄົນສາມາດປະກອບເຂົ້າໃນຜົນສຳເລັດຂອງການເຕີບໂຕເສດຖະກິດ ແລະ ໄດ້ຊົມໃຊ້ຜົນປະໂຫຍດທີ່ເໝາະສົມກັບຜົນງານນັ້ນ”.
ທ່ານນາຍົກລັດຖະມົນຕີໄດ້ຢືນຢັນຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ຍົກສູງກຳລັງແກ່ງແຍ້ງ; ສູ້ຊົນຮອດປີ 2017 ບັນລຸໄດ້ບັນດາຄາດໝາຍຕົ້ນຕໍ່ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດດ້ວຍລະດັບປານກາງຂອງ 4 ປະເທດແຖວໜ້າອາຊຽນ (ASEAN -4). ທີ່ການພົບປະ, ທ່ານ Philipp Roesler ໄດ້ຕີລາຄາສູງເລື່ອງຫວຽດນາມ ແລະ ເວທີປາໄສເສດຖະກິດໂລກໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການພັດທະນາຂອງພື້ນຖານເສດຖະກິດຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕໍ່ອະນາຄົດ ແລະ ທ່ານເອງກໍ່ໃຫ້ຮູ້ວ່າຈະສະໜັບສະໜູນການພັດທະນາຂອງຫວຽດນາມ.