ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງ
(ພາບ:internet)
( vovworld ) - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງ, ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງ ໄດ້ມາຢ້ຽມຢາມແຂວງ ກອນຕຸມ, ຢາລາຍ ແລະ ບິງດິ້ງ ແຕ່ວັນທີ 23-26 ກຸມພາ. ຕອນເຊົ້າວັນທີ່ 23 ກຸມພາຢູ່ນະຄອນກອນຕຸມ, ໂດຍຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ແລະ ພົບປະກັບກັບທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງ. ທ່ານນາຍົກລັດຖະມົນຕີລາວ ທອງສິງທຳມະວົງ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ໜ້າສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວນັບມື້ໄດ້ຮັບການປັບປຸງ ແລະ ເພີ່ມ ທະວີໃຫ້ດີຍິ່ງໆຂຶ້ນ. 2 ຝ່າຍເຫັນດີເປັນເອກະສັນຈະຕັ້ງໜ້າປະຕິບັດບັນດາສັນຍາຂັ້ນສູງ, ໝາກຜົນຂອງກອງປະຊຸມຄັ້ງທີ 34 ຄະນະກຳມາທິການລະຫວ່າງ ລັດຖະບານ, ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີມາແລ້ວ ເພື່ອໃຫ້ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ ມີປະສິດທິຜົນ ແລະ ແທດຈິງ.
( ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ແລະ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ )
(ພາບ: baodientu.chinhphu.vn )
ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ທອງສິງ ທຳມະວົງ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສປປລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຢາລາຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໄດ້ເນັ້ນໜັກວ່າ, ບັນດາສະມາຊິກຂອງຄະນະຜູ້ແທນແຫ່ງ ສສ ຫວຽດນາມ ແລະ ການນຳແຂວງ ຢາລາຍ ຄວນແບ່ງປັນບັນດາຄວາມຫຍຸ້ງຍາກ ແລະ ຂໍ້ສະດວກໃນການກໍ່ສ້າງ ແລະ ພັດທະນາເສດຖະກິດຂອງປະເທດຊາດກໍຄືຂອງທ້ອງຖີ່ນ, ຜ່ານນັ້ນສ້າງສາຍພົວພັນອັນສະໜິດແໜ້ນ ແລະ ບົນພື້ນຖານນັ້ນພ້ອມກັນຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອພ້ອມກັນພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ໄດ້ເນັ້ນໜັກວ່າ.
“ ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ແລກປ່ຽນບົດຮຽນ, ຫວຽດນາມ ກໍຮຳ່ຮຽນເອົາບົດຮຽນທີ່ມີຄຸນຄ່າຂອງລາວ ໃນວິວັດແຫ່ງການພັດທະນາປະເທດຊາດ. ຫວຽດນາມ ກໍແລກປ່ຽນບົດຮຽນຂອງຕົນໃນການປະຕິບັດ ຕົວຈິງເພື່ອພັດທະນາປະເທດຊາດ. ພິເສດແມ່ນບັນດາແຂວງເຂດ ໄຕງວຽນ ກໍມີເງື່ອນໄຂຄືກັບປະເທດລາວ ອ້າຍນ້ອງ. ຂ້າພະເຈົ້າສະເໜີວ່າ ນອກຈາກບົດລາຍງານໂດຍກົງຂອງສະຫາຍ ຟ້າມເທ໋ຢຸງ, ປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ ແລ້ວ, ພວກເຮົາຈະມີບັນດາການແລກປ່ຽນ, ໂອ້ລົມ, ຕັ້ງຄຳຖາມເຊິ່ງກັນ ແລະ ກັນເພື່ອສາມາດແກ້ໄຂໂດຍກົງ, ຍົກອອກບັນດາບົດຮຽນ ແລະ ວິທີການທີ່ດີ. ”
ສ່ວນທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ເວົ້າວ່າ.
“ ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ເປັນກຽດທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຢາລາຍ. ຄະນະຜູ້ແທນຂອງພວກຂ້າພະເຈົ້າມາຢ້ຽມຢາມຄັ້ງນີ້ແມ່ນເພື່ອຮຳ່ຮຽນເອົາບົດຮຽນພັດທະນາເສດຖະກິດ. ຜ່ານນັ້ນ, ຂ້າພະເຈົ້າກໍຮູ້ວ່າ ແຂວງ ຢາລາຍ ມີຄວາມສູ້ຊົນມານະພະຍາຍາມ ແລະ ບັນດາສະຫາຍການນຳແຂວງໄດ້ຊີ້ນຳການຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດເປັນຢ່າງດີ. ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຢາລາຍ, ອີກຄັ້ງໜື່ງ ຕາງໜ້າໃຫ້ພັກ ແລະ ລັດ ລາວ ພວກຂ້າພະເຈົ້າສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ ແລະ ລັດຖະບານຫວຽດນາມ ເວົ້າລວມ ແລະ ພິເສດແມ່ນອຳນາດການປົກຄອງແຂວງ ຢາລາຍ ເວົ້າສະເພາະທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫຼືອພວກຂ້າພະເຈົ້າໃນໄລຍະທີ່ຜ່ານມາ.”