(VOVWORLD) -ໃນໄລຍະຈະມາເຖິງ ບັນດາວິສາຫະກິດບັນລຸເຄື່ອງໝາຍການຄ້າແຫ່ງຊາດເວົ້າສະເພາະ ແລະ ປະຊາຄົມວິສາຫະກິດ, ນັກທຸລະກິດຫວຽດນາມເວົ້າລວມ ສືບຕໍ່ເສີມຂະຫຍາຍບົດບາດນຳຫນ້າ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: TTXVN) |
ຕອນບ່າຍວັນທີ 25 ພະຈິກ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບຄະນະຜູ້ແທນ 124 ວິສາຫະກິດ ມີຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດປີ 2020.
ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງສະພາເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ, ກະຊວງອຸດສາຫະກຳການຄ້າ ແລະບັນດາກະຊວງຂະແຫນງການທອ້ງຖິ່ນໃນວຽກງານຊີ້ນຳຜັນຂະຫຍາຍ ແລະບັນລຸໄດ້ບັນດາຜົນສຳເລັດເປັນຫນ້າຮັບຮູ້ໃນການເຄື່ອນໄຫວສ້າງ ແລະ ໂຄສະນາພາບພົດປະເທດຫວຽດນາມ.
ທ່ານນາຍົກລັດຖະມົນຕີ ສະເຫນີ: ໃນໄລຍະຈະມາເຖິງ ບັນດາວິສາຫະກິດບັນລຸເຄື່ອງໝາຍການຄ້າແຫ່ງຊາດເວົ້າສະເພາະ ແລະ ປະຊາຄົມວິສາຫະກິດ, ນັກທຸລະກິດຫວຽດນາມເວົ້າລວມ ສືບຕໍ່ເສີມຂະຫຍາຍບົດບາດນຳຫນ້າ ການປ່ຽນໃຫມ່ ປະດິດຄິດສ້າງໃນການເຊື່ອມໂຍງເຂົ້າກັບສາກົນ, ສົມເປັນກຳລັງຫນູນສຳຄັນໃນພາລະກິດສ້າງສາ ປ່ຽນໃຫມ່ ແລະ ພັດທະນາປະເທດຊາດ.
ທ່ານນາຍົກລັດຖະມົນຕີ ສະເຫນີ ສະພາເຄ່ື່ອງໝາຍການຄ້າແຫ່ງຊາດຫວຽດນາມແລະກະຊວງອຸດສາຫະກຳການຄ້າ ສ້າງເງື່ອນໄຂສະດວກກ່ຽວກັບນະໂຍບາຍ, ແຫລ່ງກຳລັງ ເພື່ອຫນູນຊ່ວຍບັນດາວິສາຫະກິດເຂົ້າຮ່ວມຕັ້ງຫນ້າໃນວິວັດການສ້າງພາບພົດປະເທດຫວຽດນາມ, ປະກອບສ່ວນນຳເຄື່ອງໝາຍການຄ້າ ຫວຽດນາມ ນັບມື້ນັບພັດທະນາ ກາຍເປັນຈຸດເດັ່ນໃນແຜນທີ່ເສດຖະກິດໂລກ.