ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບທ່ານ Azzeddine Farhane, ເອກອັກຄະລັດຖະທູດ ມາຣົກ ປະຈຳ ຫວຽດນາມ
ພາບ:TTXVN
|
(vovworld)-ຕອນບ່າຍວັນທີ 20/2, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Azzeddine Farhane, ເອກອັກຄະລັດຖະທູດ ມາຣົກ ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ: ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາວ່າ ໃນອາຍຸການນີ້ຂອງທ່ານເອກອັກຄະລັດຖະທູດ, ວົງເງິນການຄ້າ ແລະການລົງທຶນລະຫວ່າສອງປະເທດຈະມີບາດກ້າວເຕີບໂຕກະໂດດຂັ້ນ. ປະຈຸບັນວົງເງິນການຄ້າລະຫວ່າງສອງຝ່າຍແມ່ນ 156 ລ້ານ USD ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ. ທ່ານນາຍົກລັດຖະມົນຕີກໍເຫັນດີກັບຄຳເຫັນຂອງທ່ານເອກອັກຄະລັດຖະທູດວ່າ ຫວຽດນາມ ແມ່ນປະຕູເພື່ອໃຫ້ ມາຣົກ ເຂົ້າຕະຫລາດ ຕາເວັນອອກສ່ຽງໃຕ້ ແລະ ມາຣົກ ແມ່ນປະຕູເພື່ອໃຫ້ຫວຽດນາມ ເຂົ້າຕະຫລາດ ອາຟຼິກາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ: ມາຣົກສ້າງເງື່ອນໄຂ, ສະຫນອງທຶນການສຶກສາໃຫ້ແກ່ນັກຮຽນ ຫວຽດນາມ ໄປຮ່ຳຮຽນຢູ່ ມາຣົກ.
ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ Timor Leste, ທ່ານນາງ Pascoela Barreto dos Santos. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ການພົວພັນລະຫວ່າງສອງປະເທດພວມໃນທ່າພັດທະນາອັນດີງາມ ແລະ ຫວັງວ່າ Timor Leste ສຳເລັດລະບຽບການເພື່ອໃຫ້ສັນຍາການຄ້າສອງຝ່າຍລະຫວ່າງສອງປະເທດມີຜົນສັກສິດໂດຍໄວ. ທ່ານນາງເອກອັກຄະລັດຖະທູດ Timor Leste ຕີລາຄາສູງການເຄື່ອນໄຫວລົງທຶນຂອງວິສາຫະກິດຫວຽດນາມ ຢູ່ Timor Leste.