ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາສູງໄຮຕີ

(VOVWORLD) -ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Youri Latortue ປະທານສະພາສູງ ສາທາລະນະລັດ ໄຮຕີ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາສູງໄຮຕີ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາສູງໄຮຕີYouri Latortue

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ພວມສຸມໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກໃຫ້ບັນດານັກລົງທຶນຕ່າງປະເທດ. ບົນຈິດໃຈນັ້ນ ທ່ານນາຍົກລັດຖະມົນຕີ ສະເຫນີ ໄຮຕີ ສືບຕໍ່ສະຫນັບສະຫນູນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ກຸ່ມບໍລິສັດ Viettel ໃນການຮ່ວມທຸລະກິດ Natcom ແລະ ຖືວ່າ ນີ້ແມ່ນໂຄງການຮ່ວມມືແບບຢ່າງໃນການພວົພັນດ້ານເສດຖະກິດ, ການ ລົງທຶນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ສອງຝ່າຍຈະສືບຕໍ່ພິຈາລະນາ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນ, ແທດຈິງ, ມີສະມັດຕະພາບສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກໃຫ້ສອງຝ່າຍຜັນຂະຫຍາຍບັນດາເອກະສານການຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ ແລະ ຮັກສາການຮ່ວມມືຢ່າງແຫນ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາອົງການສາກົນ ແລະ ເວທີປາໄສຫລາຍຝ່າຍ, ເປັນຕົ້ນແມ່ນ ທີ່ສະຫະປະຊາຊາດ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ ລັດຖະບານ ຫວຽດນາມ ປາດຖະຫນາ ແລະ ມີຄວາມຕັດສິນໃຈພ້ອມກັບລັດຖະບານ ໄຮຕີ ຜັນຂະຫຍາຍບັນດາມາດຕະການເພີ່ມທະວີການຮ່ວມມືສອງຝ່າຍຕາມທິດແທດຈິງ ແລະ ມີປະສິດທິຜົນ. ສ່ວນທ່ານປະທານສະພາສູງ ໄຮຕີ Youri Latortue ປາດຖະຫນາຢາກຮ່ວມມືກັບຫວຽດນາມ ຢ່າງແຫນ້ນແຟ້ນໃນຂົງເຂດກະສິກຳ. 

ຕອບກັບ

ຂ່າວ/ບົດ​ອື່ນ