ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງນ້ຳມັນບໍ່ທັງຮັບຜິດຊອບບັນຫາໄຟຟ້າ ຄູເວດ

(VOVWORLD) - ຕອນບ່າຍວັນທີ 3 ກັນຍາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Khaled Ali Al Fadhel ລັດຖະມົນຕີກະຊວງນ້ຳມັນບໍ່ ທັງຮັບຜິດຊອບບັນຫາໄຟຟ້າແຫ່ງລັດ ຄູເວດ ພວມມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງນ້ຳມັນບໍ່ທັງຮັບຜິດຊອບບັນຫາໄຟຟ້າ ຄູເວດ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງນ້ຳມັນບໍ່ທັງຮັບຜິດຊອບບັນຫາໄຟຟ້າ ຄູເວດ

(ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ວົງເງິນສົ່ງອອກນຳເຂົ້າ ສອງສົ້ນ ບັນລຸເກືອບ 2,7 ຕື້ USD ແລະ ປາດຖະຫນາວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ສາມາດສົ່ງອອກຫລາຍປະເພດສິນຄ້າໄປຍັງ ຕະຫລາດ ຄູເວດ ກວ່າ.  ທ່ານນາຍົກລັດຖະມົນຕີ ຊົມເຊີຍບັນດາໂຄງການລົງທຶນໃຫຍ່ຂອງ ຄູເວດ ຢູ່ ຫວຽດນາມ ແລະ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ແຕ່ຕ້ອງຮັບປະກັນບັນດາຄຳຮຽກຮ້ອງຕ້ອງການກ່ຽວກັບສິ່ງແວດລ້ອມ ແລະ ປະຕິບັດຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເຫນີ: ໄລຍະຈະມາເຖິງ ຄູເວດ ຊຸກຍູ້ການຮ່ວມມືກັບຫວຽດນາມ ໃນຫລາຍຂົງເຂດອື່ນໃຫ້ຫລາຍກວ່າອີກ.

ທ່ານ ລັດຖະມົນຕີ Khaled Ali Al Fadhel ເນັ້ນຫນັກວ່າ: ບັນດານັກລົງທຶນ ຄູເວດ ຈະສົມທົບກັບບັນດານັກລົງທຶນຫວຽດນາມ ແລະຍີ່ປຸ່ນ ເພື່ອສືບຕໍ່ຜັນຂະຫຍາຍບັນດາໂຄງການລົງທຶນໃຫ້ຖືກກັບລະດັບຄວາມໄວ, ມີຄຸນນະພາບ ແລະ ປະສິດທິຜົນ. ຄູເວດ ຖືຕະຫລາດ ອາຊີ ເປັນສຳຄັນ, ໃນນັ້ນ ມີຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ