ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີຈີນແລະປະທານາທິບໍດີບຸນກາຣີ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີຈີນແລະປະທານາທິບໍດີບຸນກາຣີ - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ
ພົບ​ປະກັບ​ນາຍົກລັດຖະມົນຕີ​ ຈີນ
(ພາບ: ກວາງຮ໋ຽວ)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 14/07 ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ມີ​ການ​ພົບ​ປະ​ກັບ​ທ່ານ ຫຼີ​ເຄີ​ຊຽນ ນາຍົກລັດຖະມົນ​ຕີ​ລັດຖະບານ ຈີນ ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາຊີ - ​ເອີ​ລົບ (ASEM) ຄັ້ງ​ທີ 11 ຢູ່ ມົງ​​ໂກນ. ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດ​ຄວນ​ສືບຕໍ່ຮັກ​ສາ​ການ​ພົບ​ປະ​ແລກປ່ຽນຂັ້ນ​ສູງ​ເປັນ​ປະຈຳ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ພ້ອມ​ກັນ​ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ພັດທະນາ​ດຸ່ນດ່ຽງ, ປອດ​ໃສ​ ​ແລະ ແທ້​ຈິງ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ 2 ຝ່າຍ​ພ້ອມ​ກັນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ ​ແລະ ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ​ຢ່າງ​ເຂັ້ມ​ງວດ, ​ໃນ​ນັ້ນ​ມີ “ຂໍ້​ຕົກ​ລົງກ່ຽວ​ກັບ​ບັນດາ​ຫລັກການ​ພື້ນຖານ​ຊີ້​ນຳ​ແກ້​ໄຂ​ບັນ​ຫາ​ບົນ​ທະ​​ເລ ຫວຽດນາມ - ຈີນ”, ຊຸກຍູ້​ບັນດາກົນ​ໄກ​ເຈລະຈາ​ບົນ​ທະ​ເລ ​ເພື່ອ​ມີບາດກ້າວ​ແທດ​ຈິງ​ໂດຍ​ໄວ, ພ້ອມ​ທັງຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ບໍ່​ເຮັດ​ໃຫ້​ສະພາບ​ການ​ສັບສົນ, ປະຕິ​ບັດ​ “ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ” (DOC) ​ແລະ ບັນ​ລຸ​ໄດ້ “ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຮອບດ້ານ, ປະກອບ​ສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ສ່ວນ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽນ ຢືນຢັນ​ວ່າ: ພັກ, ລັດຖະບານ ຈີນ ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ; ພ້ອມ​ແລ້ວທີ່​ຈະ​ພ້ອມ​ກັບ ຫວຽດນາມ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ບັນດາ​ຂົງ​ເຂດ; ປະຕິບັດ​ຄວາມ​ຮັບ​ຮູ້​ລວມຂັ້ນ​ສູງ​ກ່ຽວ​ກັບ​ບັນ​ຫາ​ບົນ​ທະ​ເລຢ່າງ​ເຂັ້ມ​ງວ​ດ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ປະກອບ​ສວ່ນຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ຮອບດ້ານ ຈີນ - ຫວຽດນາມ ​ໃຫ້ພັດທະນາ​ເປັນ​ປົກກະຕິ, ປອດ​​ໃສ ​ແລະ ໝັ້ນຄົງ. ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 14/07 ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມີ​ການພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ບຸນ​ກາຣີ Rosen Plevneliev ​ເພື່ອ​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ກ່ວາ​ອີກ ກໍ່​ຄື​ບັນດາ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ