ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບ
ຫຼຽນໄຊໂຮ່ຈີມີນ ໃຫ້ຂະແໜງອຸດສາຫະກຳການຄ້າ
(ພາບ: VGP/QuangHieu)
(vovworld) – ຕອນບ່າຍວັນທີ 15/5, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີ ແຫ່ງວັນມູນເຊື້ອຂອງຂະແໜງອຸດສາຫະກຳການຄ້າ ຫວຽດນາມ. ກ່າວຄວາມເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງຂະແໜງອຸດສາຫະກຳການຄ້າສືບຕໍ່ ປັບປຸງສະພາບແວດລ້ອມ ແຫ່ງການດຳເນີນທຸລະກິດ, ຍົກສູງຄວາມສາມາດແກ່ງແຍ້ງຂອງປະເທດຊາດ, ປະຕິບັດແຜນຮ່າງການສ້າງໂຄງປະກອບຂະແໜງອຸດສາຫະກຳການຄ້າຄືນໃໝ່. ສຳລັບການຜະລິດອຸດສາຫະກຳ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຄຳຊີ້ນຳວ່າ:
“ຕ້ອງສຸມໃສ່ພັດທະນາການຜະລິດອຸດສາຫະກຳ ຕາມລວງເລິກ, ເພື່ອຜະລິດອອກຜະລິດຕະພັນທີ່ມີມູນຄ່າເພີ່ມຂື້ນສູງເທື່ອລະກ້າວ, ມູນຄ່າການສົ່ງອອກໃຫຍ່, ມີກຳລັງແກ່ງແຍ້ງ ໃນລະບົບມູນຄ່າທົ່ວໂລກ, ພ້ອມທັງເພີ່ມທະວີ ການຮ່ວມສຳພັນຂອງວິສາຫະກິດ ໃນວິວັດການຜະລິດ, ສະໜອງຜະລິດຕະພັນ. ຊຸກຍູ້ການພັດທະນາອຸດສາຫະກຳ ໜູນຊ່ວຍສຳລັບບາງຂະແໜງຈຸດສຸມ, ກວດກາ, ຕີລາຄາ, ເດັດດ່ຽວຍົກເລີກບັນດາໂຄງການລົງທຶນທີ່ບໍ່ມີປະສິດທິຜົນ, ຖືເປັນສຳຄັນການຜະລິດຕ້ອງຕິດພັນກັບການຮັກສາສິງແວດລ້ອມ”.
ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຍັງຮຽກຮ້ອງຂະແໜງອຸດສາຫະກຳການຄ້າ ຍູ້ແຮງການຜັນຂະຫຍາຍໂຄງການ ດຳເນີນງານ ປະຕິບັດຍຸດທະສາດ ການສົ່ງອອກ-ນຳເຂົ້າສີນຄ້າ, ໄລຍະ 2011-2020 , ກຳນົດທິດຮອດ ປີ 2030. ພ້ອມກັນນັ້ນ, ຂະແໜງອຸດສາຫະກຳການຄ້າ ຕ້ອງຍູ້ແຮງການຄຸ້ມຄອງຕະຫຼາດ, ສະກັດກັ້ນການຄ້າຂາຍເຖື່ອນ, ເຄື່ອງສິນຄ້າລອກແບບ, ເຄື່ອງຂອງປອມ, ການສໍ້ໂກງທາງດ້ານການຄ້າ, ປ້ອງກັນສິດ ແລະ ຜົນປະໂຫຍດອັນຊອບທຳ ໃຫ້ແກ່ຜູ້ບໍລິໂພກ, ອຸປະໂພກ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫຼຽນໄຊໂຮ່ຈີມີນ ໃຫ້ຂະແໜງອຸດສາຫະກຳການຄ້າ. ນີ້ແມ່ນຄັ້ງທີ 2 , ທີ່ຂະແໜງອຸດສາຫະກຳການຄ້າ ເປັນກຽດໄດ້ຮັບລາງວັນອັນສູງສົ່ງນີ້.