ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳປາໄສໄຂ
ກອງປະຊຸມ
ພາບ:vov
|
(vovworld)-ຕອນບ່າຍວັນທີ 25/10 ຢູ່ສູນກອງປະຊຸມແຫ່ງຊາດ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວຄຳປາໄສໄຂກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບແມ່ຂອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງການສ້າງຕັ້ງປະຊາຄົມອາຊຽນໃນທ້າຍປີ 2015 ພ້ອມກັບການພັດທະນາຂອງບັນດາແລວຄົມມະນາຄົມໃນອະນຸພາກພື້ນ ແລະ ບັນດາການຮ່ວມສຳພັນດ້ານເສດຖະກິດໃນພາກພື້ນ. ເຖິງຢ່າງໃດກໍຕາມ, ພາກພື້ນແມ່ຂອງ ພວມປະສົບກັບສິ່ງທ້າທາຍຕ່າງໆຄື: ຊ່ອງຫວ່າງການພັດທະນາເມື່ອທຽບໃສ່ບັນດາພື້ນຖານເສດຖະກິດອື່ນໃນອາຊຽນຍັງໃຫຍ່ຫລວງ, ທ່າໄດ້ປຽບແຮງງານ, ລາຍຈ່າຍຕ່ຳພວມຄ່ອຍໆຫລຸດລົງ, ການປ່ຽນແປງຂອງດິນຟ້າອາກາດເກີດຂຶ້ນຢ່າງວ່ອງໄວກວ່າເມື່ອທຽບໃສ່ການຄາດຄະເນ. ຜ່ານກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບພາກພື້ນແມ່ຂອງຄັ້ງນີ້, ຫວຽດນາມ ປາດຖະຫນາຢາກບັນດາປະເທດ, ວິສາຫະກິດຢູ່ແມ່ຂອງ ໂອ້ລົມສົນທະນາກັບບັນດາວິສາຫະກິດຂອງເວທີປາໄສກ່ຽວກັບບັນດາແນວຄວາມຄິດ, ມາດຕະການເພີ່ມທະວີຄູ່ຮ່ວມມືພາກລັດ -ເອກະຊົນ, ພັດທະນາການຮ່ວມມືດຳເນີນທຸລະກິດ, ການລົງທຶນ ນຳມາເຊິ່ງຜົນປະໂຫຍດໃຫ້ບັນດາຝ່າຍ.
“ເຊື່ອມຕໍ່ເສດຖະກິດ ແມ່ນຈຸດສຸມບຸລິມະສິດ. ບັນດາປະເທດແມ່ຂອງ ພ້ອມກັບບັນດາຄູ່ຮ່ວມມືຢູ່ພາຍໃນ ແລະ ນອກພາກພື້ນ ຄວນສືບຕໍ່ຍູ້ແຮງການເຊື່ອມຕໍ່ຄົມມະນາຄົມໃນບັນດາແລວເສດຖະກິດອະນຸພາກພື້ນ. ຫວຽດນາມ ມີຫລາຍນະໂຍບາຍສ້າງຄວາມສະດວກໃຫ້ບັນດານັກລົງທຶນ, ບັນດາວິສາຫະກິດເຂົ້າຮ່ວມການພັດທະນາພື້ນຖານໂຄງລ່າງ ແລະ ລະບົບການຜະລິດ.”
ທ່ານນາຍົກລັດຖະມົນຕີຖືວ່າການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ແມ່ນກຳລັງຫນູນສຳຄັນໃນພາກພື້ນ, ບັນດາປະເທດໃນພາກພື້ນແມ່ຂອງ ຄວນປ່ຽນໃຫມ່ຫົວຄິດປະດິດສ້າງ, ຍົກສູງກຳລັງແກ້ງແຍ້ງ. ຫວຽດນາມ ພວມປ່ຽນໃຫມ່ຮູບແບບການເຕີບໂຕເພື່ອຍົກສູງລະດັບການພັດທະນາຂອງພື້ນຖານເສດຖະກິດ. ເມື່ອເນັ້ນຫນັກເຖິງບັນຫາພັດທະນາແບບຍືນຍົງ ແລະ ກວມລວມ ຕ້ອງແມ່ນຈຸດໝາຍຕົ້ນຕໍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:
“ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດພ້ອມກັບການເຄື່ອນໄຫວຂຸດຄົ້ນແມ່ນ້ຳຂອງບໍ່ມີຄວາມຍືນຍົງ, ພວມວາງສິ່ງທ້າທາຍໃຫຍ່ສຳລັບສິ່ງແວດລ້ອມ, ຄ້ຳປະກັນສະບຽງອາຫານ ແລະການພັດທະນາແບບຍືນຍົງຂອງພາກພື້ນແມ່ຂອງ. ສະນັ້ນ ການຈັດແບ່ງບໍ່ສະຫມ່ຳສະເຫມີ, ບັນດາໝາກຜົນຂອງການເຕີບໂຕ ແລະ ການເຊື່ອມໂຍງ, ຮັດແຄບຊ່ອງຫວ່າງການພັດທະນາ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030 ແມ່ນບັນດາເນື້ອໃນສຳຄັນບຸລິມະສິດໃນບັນດາໂຄງການຮ່ວມມືແມ່ຂອງ ແລະ ຍຸດທະສາດພັດທະນາຂອງແຕ່ລະປະເທດ, ປະຊາຊົນທຸກຄົນມີກາລະໂອກາດໄດ້ຊົມໃຊ້ໝາກຜົນແຫ່ງການພັດທະນາ.”