ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກຢູ່ແຂວງດ້ຽນບຽນ
(vovworld) - ຕອນບ່າຍວັນທີ 30/09, ພາຍຫລັງໄປຮອດນະຄອນ ດ້ຽນບຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ໄດ້ລົງສຳຫລວດ, ກຳເອົາສະພາບການ, ໂອ້ລົມ ແລະ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຢູ່ເຂດຕັ້ງຖິ່ນຖານຄົງທີ່ໃນໂຄງການເຂື່ອນໄຟຟ້າ ເຊີນລາ ຢູ່ຕາແສງ ໜອງບົວ, ນະຄອນ ດ້ຽນບຽນ ແຂວງ ດຽນບຽນ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງເລື່ອງພໍ່ແມ່ປະຊາຊົນໄດ້ສະໜັບສະໜູນ, ໂອນດິນເພື່ອນຮັບໃຊ້ໂຄງການເຂື່ອນໄຟຟ້າແຫ່ງຊາດ. ທ່ານນາຍົກລັດຖະມົນຕີ ຍ້ອງຍໍຄະນະພັກແຂວງ, ອຳນາດການປົກຄອງທຸກຂັ້ນຢູ່ທ້ອງຖິ່ນ ໄດ້ຈັດຕັ້ງຊີວິດການເປັນຢູ່ເປັນປົກກະຕິໂດຍໄວ, ສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນໄດ້ຫັນປ່ຽນວຽກເຮັດງານທຳ, ບຳລຸງສ້າງອາຊີບ, ໜູນຊ່ວຍພັດທະນາເສດຖະກິດຄອບຄົວ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ: ພໍ່ແມ່ປະຊາຊົນເສີມຂະຫຍາຍມູນເຊື້ອ, ສາມັກຄີສ້າງບ້ານເກີດເມືອງນອນໃໝ່, ເອົາໃຈໃສ່ເປັນພິເສດເຖິງການບຸລິມະສິດຕໍ່ການຮ່ຳຮຽນຂອງລູກຫຼານ ເພື່ອກາຍເປັນຄົນດີທີ່ມີປະໂຫຍດ, ປະກອບກຳລັງແຮງ, ພູມປັນຍາສ້າງບ້ານເກີດເມືອງນອນ, ປະເທດຊາດ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີພໍ່ແມ່ປະຊາຊົນຕັ້ງໜ້າຫັນປ່ຽນອາຊີບ ຕາມທິດນຳມາໃຫ້ປະສິດທິຜົນເສດຖະກິດສູງກ່ວາ; ຮັກສາ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ອຸ້ມຊູຊ່ວຍເຫຼືອ, ສະໜິດຕິດພັນແລະ ພ້ອມກັນເຂົ້າຮ່ວມການຮັກສາຄວາມເປັນລະບຽບຮຽບຮ້ອຍສັງຄົມ, ຮັກສາຄວາມສະຫງົບສຸກໃນການດຳລົງຊີວິດ.