ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງພົບປະສັງສັນກັບບັນດາແບບຢ່າງດີເດັ່ນເຂດໄຕບັກ

 ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງພົບປະສັງສັນກັບບັນດາແບບຢ່າງດີເດັ່ນເຂດໄຕບັກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງມອບ​ຂອງ​ຂວັນ
ໃຫ້​ຜູ້​ແທນ, ຊື່ງ​ແມ່ນ​ຊາວ​ຊົນ​ເຜົ່າ​ຢູ່​ເຂດ​ໄຕ​ບັກ
ພາບ: VGP/Nhật Bắc
vovworld)-​ ​ ​ຕອນ​ບ່າຍ​ວັນ​ທີ 5/11 ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ສັງ​ສັນ​ກັບ​ບັນ​ດາ​ຜູ້​ແທນ​ຊື່ງ​ແມ່ນ​ແບບ​ຢ່າງ​ດີ​ເດັ່ນ, ທະ​ຫານ​ເສຍ​ອົງ​ຄະ, ຄອບ​ຄົວ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ເຂດ​ໄຕ​ບັກ(ໝາຍ​ເຖິງ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ​ຫວຽດ​ນາມ) ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແລະ ເຂົ້າ​ຮ່ວມ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ “ສາຍ​ໃຈ​ໄຕ​ບັກ​” ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ. ນະ​ທີ່ນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ປາດ​ຖະ​ຫນາ​ຢາກ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ໄຕ​ບັກ ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ບັນ​ລຸ​ໝາກ​ຜົນ​ໃຫ້​ດີ​ກວ່າ, ຮອບ​ດ້ານກວ່າ​ໃນ​ທຸກ​ຂົງ​ເຂດ, ນຳ​ເຂດ​ໄຕ​ບັກ​ພັດ​ທະ​ນາຢ່າງວ່ອງ​ໄວ ແລະ ໝັ້​ນ​ຄົງ​ກວ່າ ຈາກ​ເສດ​ຖະ​ກິດ​ຕະ​ຫລອດ​ຮອດ​ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ສ້​າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ.

                ແທ່ງ​ຈູງ, ນັກ​ຂ່າວ VOV

 

ຂ່າວ/ບົດ​ອື່ນ