ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງພົບປະສອງຝ່າຍກັບການນຳບາງປະເທດ

ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງພົບປະສອງຝ່າຍກັບການນຳບາງປະເທດ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ແລະ
ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama)


(vovworld) - ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ 27 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ. ຕອນ​ເຊົ້າ​ວັນ​ທີ 22/11, ​ເມື່ອ​ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo, ການ​ນຳ​ສອງ​ທ່ານ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ການ​ເຈລະຈາ​ລະຫວ່າງ​ສອງ​ປະ​ເທດ ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ຕ່າງປະ​ເທດ, ການ​ຄ້າ, ການ​ລົງທຶນ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຮ່ວມ​ມື​ດ້ານ​ທະ​ເລ. ການ​ນຳ​ສອງ​ທ່ານ​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຄົາລົບ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງມີ​ປະສິດທິ​ຜົນ ​ແລະ ​ເຈລະຈາ​ເພື່ອ​ບັນລຸປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 21/11, ທີ່​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ​່ານນາຍົກລັດຖະມົນຕີອົດສະຕາ​ລີ Malcom Turnbull, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ  ສະ​ເໜີ​ອົດ​ສະ​ຕາ​ລີ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​​ເພື່ອ​ໃຫ້​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້ຂອງ​ຫວຽດນາມ​ສຳ​ຜັດ​ກັບ​ຕະຫຼາດອົດ​ສະ​ຕາ​ລີ. ສອງ​ຝ່າຍ​ກໍ່​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໄລຍະ​ຜ່ານ​ມາ ​ແລະ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ກົດໝາຍ​ສາກົນ, ບໍ່​ນຳ​ໃຊ້​ອາວຸດ​ຫຼື​ຂົ່ມຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ບໍ່​ນຳ​ໃຊ້​ກຳລັງ​ທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

​ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ສະ​ເໜີ​ລັດ​ເຊຍ, ​ໃຫ້​​ສັດ​ຕະຍາ​ບັນ ​ແລະ ຊຸກຍູ້​ບັນດາ​ປະ​ເທດ​ສະມາຊິກ​ອື່ນໆ ​ເພື່ອ​ໃຫ້​ສັນຍາ​ການ​ຄ້າ​ເສລີ​ມີ​ຜົນ​ສັກສິດ​ໂດຍ​ໄວ. ກ່ຽວ​ຂ້ອງ​ເຖິງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ Dmitry Medvedev ​ເນັ້ນ​ໜັກ​ວ່າ, ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ, ບັນດາ​ຝ່າຍ​ກ່ຽວຂ້ອງ​ຕ້ອງ​ປະຕິບັດ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982.

        ​ໃນ​ການ​ພົບ​ປະ​ກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama , ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ສະ​ເໜີ​ອາ​ເມ​ລິ​ກາ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ​ເຂົ້າ​ໃນ​ການ​ຮັບປະກັນ​ສັນຕິພາບ: ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ, ນັບ​ທັງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຖື​ວ່າ, ອາ​ເມ​ລິ​ກາ ​ແລະ ຫວຽດນາມ ຄວນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ໃຫ້​ສັດຕະຍາບັນ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ TPP ຢ່າງ​ມີ​ປະສິດທິ​ຜົນ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ອາ​ເມ​ລິ​ກາ​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ແລະ ຖື​ວ່າ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນຕ້ອງ​ມີ​ທັດສະນະ​ລວມ ​ແລະ ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ບັນດາ​ຂໍ້​ຕົກລົງ​ໃນ​ພາກ​ພື້ນ.

        ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ແລກປ່ຽນ​ກັບ​ທ່ານ​ນາຍົກລັດຖະມົນຕີ​ໄທປຣາຢຸດ ຈັນ​ໂອ​ຈາ ກ່ຽວ​ກັບ​ບາງ​ບັນຫາ​ໃນ​ການ​ພົວພັນ​ສອງ​ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ສະ​ເໜີ​ສອງ​ຝ່າຍ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ແຮງ​ງານ; ສະ​ເໜີ​ໄທ​ສ້າງ​ເງື່ອນ​ໄຂ​ໃຫ້​ຄົນ​ງານ​ຫວຽດນາມ​ຢູ່​ໄທ ​ແລະ ອະນຸຍາດ​ໃຫ້​ແຮງ​ງານ​ເສລີ​ຫວຽດນາມ​ທຸກ​ຄົນ​ຢູ່​ໄທ ​ໄດ້​ຈົດ​ທະບຽນ ​ແລະ ສືບ​ຕໍ່​ເຮັດ​ວຽກ. ທ່ານ​ກໍ່​ສະ​ເໜີ​ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ​ສ້າງ​ກົນ​ໄກ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ອາຊີບປະມົງ.

 

 

 

ຂ່າວ/ບົດ​ອື່ນ