ທ່ານນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບປະທານສະຫະພັນບານເຕະໂລກ ແລະ ປະທານກຸ່ມບໍລິສັດ Hyosung

(VOVWORLD) - ທີ່ການຕ້ອນຮັບທ່ານປະທານສະຫະພັນບານເຕະໂລກ Gianni Infantino ໃນຕອນບ່າຍວັນທີ 08 ກຸມພາ,
ທ່ານນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບປະທານສະຫະພັນບານເຕະໂລກ ແລະ ປະທານກຸ່ມບໍລິສັດ Hyosung - ảnh 1ທີ່ການຕ້ອນຮັບທ່ານປະທານສະຫະພັນບານເຕະໂລກ Gianni Infantino 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຢູ່ ຫວຽດນາມ, ບານເຕະແມ່ນປະເພດກິລາໄດ້ຮັບຄວາມສົນໃຈເປັນພິເສດຂອງທົ່ວສັງຄົມ. ພິເສດ ແມ່ນຜົນງານຂອງທິມ U23 ຫວຽດນາມ ຍາດໄດ້ລາງວັນທີສອງໃນການແຂ່ງຂັນບານເຕະ U23 ອາຊີ 2018 ຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂໜູນຊ່ວຍ, ລົງທຶນ ເພື່ອໃຫ້ບານເຕະຢູ່ ຫວຽດນາມ ພັດທະນາປອດໃສ, ໝັ້ນຄົງ ໂດຍຜ່ານການສ້າງກົນໄກດ້ານນິຕິກຳໃນການພັດທະນາບານເຕະໃຫ້ສົມບູນແບບ; ຊຸກຍູ້ບັນດາຂະບວນການເຝິກແອບ ແລະ ແຂ່ງຂັນບານເຕະ, ສະໜາມບານເຕະ…

        ສ່ວນທ່ານປະທານ Gianni Infantino ໃຫ້ຮູ້ວ່າ: FIFA ພວມພັດທະນາໂຄງການບານເຕະໂຮງຮຽນຢູ່ ຫວຽດນາມ, ດັ່ງນັ້ນ FIFA ມີຄວາມປາດຖະໜາຢາກໄດ້ຮັບການໜູນຊ່ວຍຈາກ ລັດຖະບານ ກ່ຽວກັບກົນໄກ, ນະໂຍບາຍ ເພື່ອພ້ອມກັນສົ່ງເສີມຄວາມເກັ່ງກ້າສາມາດ, ຄວາມຮັກບານເຕະໃນໝູ່ນັກຮຽນທັງເພດຊາຍ ແລະ ຍິງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບປະທານສະຫະພັນບານເຕະໂລກ ແລະ ປະທານກຸ່ມບໍລິສັດ Hyosung - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Cho Hyun Joon

         ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Cho Hyun Joon ປະທານກຸ່ມບໍລິສັດ Hyosung (ສ.ເກົາຫຼີ). ທີ່ການຕ້ອນຮັບ, ທ່ານປະທານກຸ່ມບໍລິສັດ Hyosung ໃຫ້ຮູ້ວ່າ: ກຸ່ມບໍລິສັດ Hyosung ມີຄວາມປາດຖະໜາຢາກຮ່ວມມືລົງທຶນເຂົ້າ ຫວຽດນາມ, ເປັນຕົ້ນແມ່ນເລື່ອງສະໜອງໝໍ້ແປງໄຟຊະນິດຕ່າງໆ ເຊິ່ງຕະຫລາດ ຫວຽດນາມ ພວມມີຄວາມຕ້ອງການ. ທ່ານ Cho Hyun Joon ກໍ່ສະເໜີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈັດຕັ້ງເວທີປາໄສລົງທຶນຂອງ ສ.ເກົາຫຼີ ເຂົ້າ ຫວຽດນາມ ເພື່ອດຶງດູດບັນດານັກລົງທຶນ ສ.ເກົາຫຼີ ເຂົ້າ ຫວຽດນາມ  ຫລາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ