ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢ້ຽມຢາມ ສໍານັກງານໜັງສືພິມ ເຍິນເຢິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີ ແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 95 ປີ (21/06/1925 – 21/06/22020), ຕອນຄໍ່າວັນທີ 12 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ອວຍພອນນັກຂ່າວສໍານັກໜັງສືພິມ ເຍິນເຢິນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢ້ຽມຢາມ ແລະ ອວຍພອນນັກຂ່າວສໍານັກໜັງສືພິມ ເຍິນເຢິນ (ພາບ: TTXVN)
|
ນະທີ່ນີ້, ທ່ານໄດ້ສະເໜີໃຫ້ການນໍາ, ພະນັກງານ, ນັກຂ່າວ ໜັງສືພິມ ເຍິນເຢິນ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນລໍ້າຄ່າຂອງຕົນ, ສາມັກຄີ, ຮັກສາ ແລະ ພັດທະນາໜັງສືພິມ ເຍິນເຢິນ ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ. ທ່ານນາຍົກລັດຖະມົນຕີ ກໍສະແດງຄວາມເຊື່ອໝັ້ນວ່າ ໜັງສືພິມ ເຍິນເຢິນ ຈະສືບຕໍ່ເສີມຂະຫຍາຍບົດບາດສໍາຄັນຂອງຕົນໃນໄລຍະຈະມາເຖິງ, ໃນນັ້ນ ມີການລະດົມກໍາລັງໃຈໃຫ້ແກ່ການຈັດຕັ້ງກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກ ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຊຸດທີ 13 ຂອງ ພັກກອມມູນິດຫວຽດນາມ; ປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງພັກ,ລັດ ແລະ ສ້າງຄວາມສາມັກຄີໃນໝູ່ປະຊາຊົນ.