ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ລົງເຮັດວຽກຢູ່ແຂວງກອມຕຸມ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ລົງເຮັດວຽກຢູ່ແຂວງກອມຕຸມ - ảnh 1
ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງກອມ​ຕຸມ​      (TTXVN)


(vovworld)- ຕອນ​ເຊົ້າວັນ​ທີ 3/7, ຢູ່​ຮ່າ​ໂນ້ຍ, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງກອມ​ຕຸມ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ-ສັງ​ຄົມ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2016 ແລະ ພ້ອມ​ກັບ​ບັນ​ດ​າ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ຫນູນ​ຊ່ວຍແຂວງກອມ​ຕຸມ​ເຮັດ​ສຳ​ເລັດ​ແຜນ​ການ, ໜ້າ​ທີ່​ປີ 2016 ທີ່​ໄດ້​ວ​າງ​ອອກ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້​ສະ​ເໜີ​ແຂວງກອມ​ຕຸມ​ຈົ່ງ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ເປັນ​ເຈົ້າ​ການ​ບັນ​ດາ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ, ເປັນ​ຕົ້ນ​ແມ່ນ​ທາງ​ຄົມ​ມະ​ນາ​ຄົມ. ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຕັກ​ເຕືອນ​ແຂວງ​ຈົ່ງ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສີ​ກຳ​ຄືນ​ໃໝ່, ເປັນ​ຕົ້ນ​ແມ່ນ​ການ​ພັດ​ທະ​ນາ​ທ່າ​ແຮງ​ໃນ​ຂົງ​ເຂດ​ລ້ຽງ​ສັດ. ທາງ​ແຂວງ​ກໍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງ​ທຶນ, ພັດ​ທະ​ນາ​ການ​ສຶກ​ສາ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ໃຫ້​ປະ​ຊາ​ຊົນ.
ຂ່າວ/ບົດ​ອື່ນ