ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ
(ພາບ: TTXVN)
(vovworld) - ວັນທີ 06/11 ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ເດີນທາງມາ ລັດເຊຍ, ເລີ່ມຕົ້ນການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ເພື່ອເຂົ້າຮ່ວມກອງປະຊຸມນາຍົກລັດຖະມົນຕີປະຈຳໄລຍະຄັ້ງທີ 21 ລະຫວ່າງ ລັດເຊຍ ແລະ ຈີນ. ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ແລະ ຄູ່ຕຳແໜ່ງ ລັດເຊຍ Dmitry Medvedev ຈະປຶກສາຫາລືບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ຄາດຄະເນວ່າ 2 ຝ່າຍຈະລົງນາມໃນບັນດາຂໍ້ຕົກລົງຮ່ວມມືໃນຫລາຍຂົງເຂດສຳຄັນຄື: ການຄ້າ, ພະລັງງານ, ພາສີ ແລະ ການສຶກສາ.