ທ່ານນາຍົກລັດຖະມົນຕີອິນເດຍເລີ່ມຕົ້ນການຢ້ຽມຢາມຝລັ່ງ, ເຢຍລະມັນ,ການາດາ

ທ່ານນາຍົກລັດຖະມົນຕີອິນເດຍເລີ່ມຕົ້ນການຢ້ຽມຢາມຝລັ່ງ, ເຢຍລະມັນ,ການາດາ - ảnh 1
ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi
(ພາບ: AFP)

(vovworld) - ວັນ​ທີ 9/4, ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi ​ໄດ້​ອອກ​ຈາກ​ນິວ​ເດ​ລີ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຝລັ່ງ, ​ໃນ​ການ​ປະຕິບັດ​ງານ​ຢູ່​ສາມ​ປະ​ເທດ ຝລັ່ງ, ​ເຢຍລະ​ມັນ, ກາ​ນາ​ດາ ​ເປັນ​ເວລາ 7 ວັນ. ​ແຫຼ່ງຂ່າວ​ຈາກ​ລັດຖະບານ​ອິນ​ເດຍ​ ໃຫ້​ຮູ້​ວ່າ, ​ເສດຖະກິດ - ການ​ຄ້າ, ການ​ລົງທຶນ​ແມ່ນ​​ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ການ​ຢ້ຽມຢາມ​ຝລັ່ງ ຂອງ​ ທ່ານ ນາຍົກລັດຖະມົນຕີ Narendra Modi, ທ່ານ​ກໍ່​ຈະ​ມີ​ການ​ເຈລະຈາ​ກັບ​ປະທານາທິບໍດີ​ຝລັ່ງ Francois Hollande ກ່ຽວ​ກັບ​ບັນຫາ​ຄວາມ​ໝັ້ນຄົງ, ພິ​ເສດ​ແມ່ນ​ໄພ​ຂົ່ມຂູ່​ຈາກ​ກຸ່ມ​ລັດ​ອິດ​ສະ​ລາມ (IS), ບັນຫາ​ອີ​ຣານ, ການ​ລົງທຶນ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ…

        ​ໃນ​ການ​ຢ້ຽມຢາມ​ເຢຍລະ​ມັນ, ທ່ານນາຍົກລັດຖະມົນຕີ Narendra Modi ຈະ​ພ້ອມ​ກັບ​ທ່ານ​ນາງ​ນາຍົກລັດຖະມົນຕີ Angela Markel ​ເປີດ​ສະຫຼອງ​ງານ​ຕະຫຼາດນັດ​ວາງສະ​ແດງ Hannover Messe – 2015 ​ໃນ​ວັນ​ທີ 12/4. ນາຍົກລັດຖະມົນຕີທັງສອງ​ທ່ານກໍ່​ຈະ​ປຶກສາ​ຫາລື​ສອງ​ຝ່າຍ​ໃນ​ວັນ​ທີ 13/4.

        ຢູ່​ກາ​ນາ​ດາ, ທ່ານ ນາຍົກລັດຖະມົນຕີ Narendra Modiຄາດ​ວ່າ​ຈະ​ລົງ​ນາມ​ໃນ​ສັນຍາ​ສຳຄັນ​ 2 ສະບັບ​ນັ້ນ​ແມ່ນ, ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ (CEPA) ​ແລະ ສັນຍາ​ການ​ຄ້າ​ກ່ຽວ​ກັບ​ການ​ສະໜອງ​ເຊື້ອ​ເພີງ​ນິວຄະ​ເລຍ.


ຂ່າວ/ບົດ​ອື່ນ