ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
photo:baoangiang.com.vn
|
(vovworld)-ວັນທີ 31/7, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຊັນປະກາດໃຊ້ 4 ຂໍ້ຕົກລົງອະນຸມັດແຜນການດຳເນີນງານປະຕິບັດຍຸດທະສາດຫັນເປັນອຸດສາຫະກຳຂອງຫວຽດນາມໃນຂອບເຂດການຮ່ວມມື ຫວຽດນາມ - ຍີ່ປຸ່ນ ມູ່ງໄປເຖິງ ປີ 2020, ວິໄສທັດປີ 2030 ກ່ຽວກັບ 4 ເນື້ອໃນ: ພັດທະນາຂະແຫນງອຸດສາຫະກຳເອເລັກໂຕນິກ, ພັດທະນາຂະແຫນງອຸດສາຫະກຳກົນຈັກກະສິກຳ, ພັດທະນາຂະແຫນງອຸດສາຫະກຳປຸງແຕ່ງກະສິກຳ, ສິນໃນນຳ້ ແລະ ພັດທະນາຂະແຫນງອຸດສາຫະກຳສິ່ງແວດລ້ອມ ແລະ ປະຢັດພະລັງງານ.
ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກໍວາງທິດທາງຮອດປີ 2020 ພັດທະນາຂະແຫນງອຸດສາຫະກຳສິ່ງແວດລ້ອມ ແລະ ປະຢັດພະລັງງານ ກາຍເປັນຂະແຫນງອຸດສາຫະກຳຕົ້ນຕໍ, ມີການປະກອບສ່ວນສຳຄັນໃຫ້ແກ່ພື້ນຖານເສດຖະກິດ, ມີກຳລັງແຮງຢ່າງພຽງພໍຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການແກ້ໄຂບັນຫາມົນລະພິດສິ່ງແວດລ້ອມ, ນຳໃຊ້ພະລັງງານແບບຍືນຍົງ.