ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫລອງຂົວນຳກັນ
ພາບ:chinhphu.vn
|
(vovworld)- ຕອນເຊົ້າວັນທີ 7/2, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມພິທີເປີດສະຫລອງຂົວນຳກັນ, ຂົວເກງກາຍຕັດ, ຂົວເຊົານ້ານ, ຂົວຈ້າຍເລືອຍ ແລະ ນຳເຂົ້າເຄື່ອນໄຫວເສັ້ນທາງຕອນຈາກເທດສະບານ ນຳກັນເຖິງຂົວນຳກັນແຂວງ ກາເມົາ ແມ່ນຂຶ້ນກັບໂຄງການກໍ່ສ້າງເສັ້ນທາງໂຮ່ຈິມີນ. ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ຍ້ອງຍໍສັນລະເສີນ, ຕີລາຄາສູງ ກະຊວງຄົມມະນາຄົມຂົນສົ່ງ, ຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງໂຮ່ຈິມີນ, ບັນດາຫົວຫນ່ວຍ ໄດ້ເຮັດວຽກທັງວັນແລະຄືນ ເພື່ອນຳກິດຈະກຳດັ່ງກ່າວເຂົ້າເຄື່ອນໄຫວຖືກກັບລະດັບຄວາມໄວ. ຄຽງຄູ່ກັນນັ້ນ ຄວນຮີບເຮັ່ງຜັນຂະຫຍາຍບັນດາໂຄງການອື່ນທີ່ໄດ້ ເຊັນອະນຸມັດໃນໄລຍະ 2 ຂອງເສັ້ນທາງໂຮ່ຈິມີນ.