ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສົ່ງເຄື່ອງຂອງບູຊາເຖິງວິຫານ Yasukuni
(ພາບປະກອບ/Reuters)
(vovworld) - ວັນທີ 21/04 ສຳນັກຂ່າວສານ Kyodo ໃຫ້ຂ່າວວ່າ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ສົ່ງເຄື່ອງຂອງບູຊາເຖິງວິຫານ Yasukuni, ຄາດວ່າການກະທຳດັ່ງກ່າວໄດ້ຖືວ່າ ຈະປະສົບກັບການຄັດຄ້ານຢ່າງແຮງຈາກບັນດາປະເທດບ້ານໃກ້ເຮືອນຄຽງ. ວິຫານ Yasukuni ແມ່ນສະຖານທີ່ບູຊາຊາວ ຍີ່ປຸ່ນ ທີ່ເສຍຊີວິດໃນສົງຄາມໂລກຄັ້ງທີ 2 ກ່ວາ 2,5 ລ້ານຄົນ, ໃນນັ້ນ ມີບັນດາອາດສະຍາກຳສົງຄາມ ຢີ່ປຸ່ນ ອີກ. ສ.ເກົາຫຼີ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງອື່ນໆຂອງ ຍີ່ປຸ່ນ ຖືວິຫານ Yasukuni ແມ່ນສັນຍາລັກຂອງລັດທິຂຸນເສິກ ຍີ່ປຸ່ນ ໃນສະຕະວັດທີ 20 ແລະ ຖືວ່າເລື່ອງບັນດາສະມາຊິກລັດຖະສະພາ ຍີ່ປຸ່ນ ມາໄຫວ້ອາໄລຢູ່ວິຫານ Yasukuni ແມ່ນແນໃສ່ “ເຊີດຊູ” ປະຫວັດສາດໄລຍະສົງຄາມຂອງປະເທດຕົນ. ບັນດາການກະທຳຂອງທ່ານນາຍົກລັດຖະມົນຕີ Shinzo Abe ກໍ່ຄືການຢ້ຽມຢາມວິຫານດັ່ງກ່າວຂອງບັນດາສະມາຊິກລັດຖະສະພາ ຫຼື ລັດຖະມົນຕີ ຍີ່ປຸ່ນ ລ້ວນແຕ່ປະສົບກັບການຄັດຄ້ານຢ່າງແຮງຂອງ ສ.ເກົາຫຼີ ແລະ ຈີນ.