ທ່ານ​ນາ​ຍົກ​​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສູ​້​ຊົນໃຫ້​ບັນ​ລຸ​ລະ​ດັບ​ເຕີບ​ໂຕ GDP ໃນ​ໄຕ​ມາດ III 6,5 – 7%

(VOVWORLD) -    ຕອນເຊົ້າວັນທີ 6  ກໍລະກົດ, ຢູ່ຮ່າໂນ້ຍ, ໃນກອງປະຊຸມສະໄໝສາມັນປະຈຳເດືອນມິຖຸນາ 2024 ຂອງລັດຖະບານ, ທ່ານນາຍົກລັັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ເປົ້າໝາຍສູ້ຊົນການເຕີບໂຕ GDP ໃນໄຕມາດທີ່ III ຈະບັນລຸ 6,5 – 7%, ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບ 4,5%.
ທ່ານ​ນາ​ຍົກ​​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສູ​້​ຊົນໃຫ້​ບັນ​ລຸ​ລະ​ດັບ​ເຕີບ​ໂຕ GDP ໃນ​ໄຕ​ມາດ III 6,5 – 7% - ảnh 1ກອງປະຊຸມສະໄໝສາມັນປະຈຳເດືອນມິຖຸນາ 2024 ຂອງລັດຖະບານ (ພາບ: VOV)

ໃນກອງປະຊຸມ, ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ ໃນເດືອນ ມິຖຸນາ, ໄຕມາດ 2 ແລະ 6 ເດືອນຕົ້ນປີ, ສະພາບການເສດຖະກິດສັງຄົມບັນລຸຄາດໝາຍລວມກ່ຽວກັບການຮັກສາເສດຖະກິດມະຫາພາກເປັນປົກກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດ ໄດ້ໂດຍພື້ນຖານ. ການຜະລິດດຳເນີນທຸລະກິດ, ການສົ່ງອອກ, ພັດທະນາວິສາຫະກິດ, ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຮັບການປັບປຸງ. ພົ້ນເດັ່ນແມ່ນລະດັບ GDP ໄຕມາດ 1 ບັນລຸ 5,66% (ສູງທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້); GDP ໄຕມາດ 2 ສູງກວ່າ ໄຕມາດ 1, ບັນລຸ 6,93%. ກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ໃນ 6 ເດືອນທ້າຍປີ ແລະ ໄລຍະຈະມາເຖິງ, ຕ້ອງແກ້ໄຂບັນດາຂໍ້ຈຳກັດ, ບໍ່ເໝາະສົມ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ; ພິເສດ, ສູ້ຊົນນຳການເຕີບໂຕໃນໄຕມາດ III ບັນລຸ 6,5 -7%, ໄພເງິນເຟີ້ ຕ່ຳກວ່າ 4,5%; ສືບຕໍ່ໃຫ້ບຸລິມະສິດໃນການຊຸກຍູ້ການເຕີບໂຕຕິດພັນກັບການຮັກສາເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ