(VOVWORLD) -ຕອນເຊົ້າວັນທີ 15 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ຂອງລັດຖະບານ ໄດ້ລົງສຳຫຼວດເສັ້ນທາງຄວາມໄວສູງຕອນຜ່ານແຂວງນິງບິງ - ນາມດິງ - ທາຍບິ່ງ - ຫາຍຝ່ອງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສຳຫຼວດເສັ້ນທາງຄວາມໄວສູງ ຕອນຜ່ານແຂວງນິງບິງ - ນາມດິງ - ທາຍບິ່ງ - ຫາຍຝ່ອງ |
ພາຍຫຼັງການສຳຫຼວດ ແລະ ຮັບຟັງການລາຍງານສະພາບການໃນຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ເສັ້ນທາງຄວາມໄວສູງຕອນຜ່ານ ນິງບິງ - ນາມດິງ - ທາຍບິ່ງ - ຫາຍຝ່ອງ ແມ່ນເສັ້ນທາງສຳຄັນ, ມີຄວາມໝາຍຍຸດທະສາດສຳຄັນ ຕໍ່ເຂດທົ່ງພຽງແຕ່ນ້ຳແດງທາງພາກຕາເວັນອອກສ່ຽງໃຕ້.
ເສັ້ນທາງນີ້ໄດ້ປະກອບສ່ວນຍູ້ແຮງການເຊື່ອມຕໍ່ເຂດ, ແມ່ນເສັ້ນທາງສັ້ນທີ່ສຸດເຊື່ອມຕໍ່ທ່າກຳປັ່ນຫາຍຝ່ອງ ກັບຊາຍແດນຂອງຈີນ. ເມື່ອໄດ້ກໍ່ສ້າງສຳເລັດ ຈະສ້າງບາດກ້າວບຸກທະລຸໃຫ້ແກ່ບັນດາທ້ອງຖິ່ນ, ເປັນຕົ້ນແມ່ນດຶງດູດນັກລົງທຶນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ຈົ່ງສຸມແຫຼ່ງກຳລັງດ້ວຍບັນດາຮູບແບບທີ່ແຕກຕ່າງກັນ ເພື່ອກໍ່ສ້າງສຳເລັດເສັ້ນທາງນີ້ໃຫ້ໄດ້.