ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງມາຮອດ ປັກກິ່ງ ເລີ່ມຕົ້ນການຢ້ຽມ

(VOVWORLD) -ຕອນບ່າຍວັນທີ 25  ມີຖຸນາ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງຮອດນະຄອນຫລວງ ປັກກິ່ງ ເລີ່ມຕົ້ນການຢ້ຽມຢາມ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ (WEF).

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງມາຮອດ ປັກກິ່ງ ເລີ່ມຕົ້ນການຢ້ຽມ - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ປັກກິ່ງ (ພາບ: VGP)

ມາຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ຢູ່ ສະຫນາມບິນ ສາກົນ ປັກກິ່ງ ມີບັນດາເຈົ້າຫນ້າທີ່ກະຊວງການຕ່າງປະເທດ ຈີນ, ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ພ້ອມກັບບັນດາພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງຫນ້າປະຊາຄົມຊາວ ຫວຽດນາມ ປະຈຳ ຈີນ.

ຄາດວ່າ ຕາມແຜນການປະຕິບັດງານ,  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະມີການພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ, ພົບປະກັບທ່ານເລຂາທິການໃຫຍ່ ປະທານປະເທດຈີນ ສີຈິ້ງຜິງ, ແລະ ພົບປະກັບທ່ານປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນ. ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມບັນດາວາລະປະຊຸມສຳຄັນຂອງກອງປະຊຸມ WEF, ພົບປະສອງຝ່າຍກັບທ່ານປະທານຝ່າຍບໍລິຫານ WEF ກໍ່ຄືພົບປະກັບການນຳຫລາຍປະເທດ, ອົງການຈັດຕັ້ງສາກົນ.

ເນື່ອງໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍາດເວລາພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ -ຈີນ.. ແລະມາຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ