(VOVWORLD) - ແຕ່ລະຕາແສງ, ແຕ່ລະເທດສະບານເມືອງ ແມ່ນ “ປ້ອມໝັ້ນ” ແຫ່ງໜຶ່ງ, ປະຊາຊົນແຕ່ລະຄົນ ລ້ວນແຕ່ແມ່ນນັກຮົບ ແລະ ຖືວ່າປະຊາຊົນເປັນໃຈກາງ, ແມ່ນເຈົ້າຂອງວຽກງານປ້ອງກັນ, ຕ້ານໂລກລະບາດ, ການເອົາຊະນະຕໍ່ໂລກລະບາດ ແມ່ນໄຊຊະນະຂອງປະຊາຊົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ |
ຕອນບ່າຍວັນທີ 5 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມທາງໄກກັບທ້ອງຖິ່ນຕ່າງໆໃນທົ່ວປະເທດ. ກອງປະຊຸມໄດ້ຮັບການເຊື່ອມຕໍ່ກັບ 63 ແຂວງ, ນະຄອນ, 705 ເມືອງ, ເທດສະບານເມືອງ, ກວ່າ 9.000 ຕາແສງ ໃນທົ່ວປະເທດ ເພື່ອຕີລາຄາກ່ຽວກັບສະພາບການ ແລະ ຜັນຂະຫຍາຍບັນດາມາດຕະການຈຸດສຸມໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງ.
ກອງປະຊຸມຖືກຈັດຂຶ້ນເພື່ອແນໃສ່ປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດເວົ້າລວມ ແຕ່ສຸມໃສ່ຂັ້ນຕາແສງ, ເທດສະບານເມືອງ ເພາະວ່າ ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ຫັນທິດການປ້ອງກັນ, ຕ້ານໂລກລະບາດຕາມທິດນຳທີ່ວ່າ ແຕ່ລະຕາແສງ, ແຕ່ລະເທດສະບານເມືອງ ແມ່ນ “ປ້ອມໝັ້ນ” ແຫ່ງໜຶ່ງ, ປະຊາຊົນແຕ່ລະຄົນ ລ້ວນແຕ່ແມ່ນນັກຮົບ ແລະ ຖືປະຊາຊົນເປັນໃຈກາງ, ແມ່ນເຈົ້າຂອງວຽກງານປ້ອງກັນ, ຕ້ານໂລກລະບາດ, ການເອົາຊະນະຕໍ່ໂລກລະບາດ ແມ່ນໄຊຊະນະຂອງປະຊາຊົນ. ທິດນຳດັ່ງກ່າວແມ່ນສອດຄ່ອງກັບລະບົບການເມືອງຂອງ ຫວຽດນາມ, ເພາະວ່າ ປະຊາຊົນດຳລົງຊີວິດຢູ່ຕາແສງ, ເທດສະບານເມືອງ; ຕາແສງ, ເທດສະບານເມືອງ ແມ່ນບ່ອນທີ່ໃກ້ຊິດຕິດແທດກັບປະຊາຊົນທີ່ສຸດ, ເຂົ້າໃຈປະຊາຊົນທີ່ສຸດ.