(VOVWORLD) - ພັກ, ລັດ ສືບຕໍ່ໜູນຊ່ວຍ, ເຊື່ອມຕໍ່ບັນດາຂະບວນການ, ການເຄື່ອນໄຫວຢູ່ພາຍໃນ ປະເທດ ກັບຕ່າງປະເທດເວົ້າລວມ ແລະ ຢູ່ ຮຸງກາຣີ ເວົ້າສະເພາ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ |
ຕອນຄ່ຳວັນທີ 19, ມັງກອນ, ຢູ່ນະຄອນຫຼວງ Budapest, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາໄດ້ຢ້ຽມຢາມ, ພົບປະພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ.
ທີ່ການພົບປະ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ ຫວັງວ່າ: ພັກ, ລັດ ສືບຕໍ່ໜູນຊ່ວຍ, ເຊື່ອມຕໍ່ບັນດາຂະບວນການ, ການເຄື່ອນໄຫວຢູ່ພາຍໃນ ປະເທດ ກັບຕ່າງປະເທດເວົ້າລວມ ແລະ ຢູ່ ຮຸງກາຣີ ເວົ້າສະເພາ; ສືບຕໍ່ໂຄສະນາວັດທະນະທຳ ຫວຽດນາມ, ໃນນັ້ນ, ມີການສອນພາສາ ຫວຽດ ຢູ່ຕ່າງປະເທດ; ສະເໜີໃຫ້ ຮຸງກາຣີ ຮັບຮູ້ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ ແມ່ນຊົນເຜົ່າສ່ວນໜ້ອຍຂອງ ຮຸງກາຣີ; ສົ່ງເສີມ, ສ້າງເງື່ອນໄຂ, ໜູນຊ່ວຍເພື່ອໃຫ້ພໍ່ແມ່ປະຊາຊົນເຂົ້າຮ່ວມບາງວຽກງານ, ໂຄງການລະອຽດ, ປະກອບສ່ວນເຂົ້າໃນການສ້າງ, ພັດທະນາປະເທດຊາດ.