(VOVWORLD) -ວັນທີ 5 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້ານມິນຈິ້ງ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ ເມສາ ປີ 2021 ຂອງລັດຖະບານ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ້ງ ເປັນປະທານກອງປະຊຸມ ສະໄໝສາມັນປະຈຳເດືອນ ເມສາ ປີ 2021 ຂອງລັດຖະບານ (ພາບ: TTXVN) |
ທີ່ກອງປະຊຸມ, ລັດຖະບານ ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບ 8 ເນື້ອໃນ, ໃນນັ້ນ ມີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເມື່ອໂລກລະບາດໂຄວິດ - 19 ນັບມື້ນັບມີການຜັນແປຢ່າງສັບສົນ, ເກີດກໍລະນີຮ້າຍແຮງ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຫຼາຍທ້ອງຖິ່ນ ໄດ້ເກີດບັນດາກໍລະນີຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນ. ພ້ອມກັນນັ້ນ, ລັດຖະບານ ກໍ່ໄດ້ປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026, ຮັບປະກັນການຈັດຕັ້ງເຫດການການເມືອງທີ່ສຳຄັນ ທີ່ຈະດຳເນີນໃນເດືອນນີ້ ໃຫ້ປະສົບຜົນສຳເລັດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:
ບັນດາອົງການລັດຖະບານຕ້ອງສຸມໃສ່ຂົງເຂດຄຸ້ມຄອງລັດ, ເພີ່ມທະວີການຕິດຕາມກວດກາ. ແກ້ໄຂບັນດາບັນຫາໂດຍພຶດຕິກຳຕົວຈິງວາງອອກ. ບັນດາກະຊວງ, ຂະແໜງການຕ້ອງສົມທົບກັນແກ້ໄຂກົນໄກ, ນະໂຍບາຍ, ສ້າງເຄື່ອງມື ເພື່ອເພີ່ມທະວີການຕິດຕາມກວດກາ.
ແລະກໍ່ໃນກອງປະຊຸມ, ລັດຖະບານໄດ້ຮັບຟັງ ແລະ ປຶກສາຫາລື ກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນເມສາ, 4 ເດືອນຕົ້ນປີ 2021 ແລະ ບາງເນື້ອໃນສຳຄັນອື່ນໆ.