ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບໜ່ວຍປະຕິບັດງານພິເສດຂອງລັດຖະບານ ຢູ່ນະຄອນໂຮ່ຈິມິນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຊີ້ນຳກະຊວງການເງິນ ແລະ ກະຊວງສາທາລະນະສຸກຕ້ອງສືບຕໍ່ຄົ້ນຄ້ວາບັນດານະໂຍບາຍບຸລິມະສິດທີ່ດີທີ່ສຸດໃຫ້ແກ່ການ ຜະລິດວັກຊິນກັນໂຄວິດ 19 ຢູ່ພາຍໃນປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ  ເຮັດວຽກກັບໜ່ວຍປະຕິບັດງານພິເສດຂອງລັດຖະບານ ຢູ່ນະຄອນໂຮ່ຈິມິນ - ảnh 1

 (ພາບ: VGP/Nhật Bắc)

 ຕອນເຊົ້າວັນທີ 12 ສິງຫາ, ທີ່ສຳນັກງານນາຍົກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ  ໄດ້ເປັນປະທານການປະຊຸມກ່ຽວກັບການຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ 19 ຢູ່ພາຍໃນປະເທດ ກັບໜ່ວຍປະຕິບັດງານພິເສດຂອງລັດຖະບານ ຢູ່ນະຄອນໂຮ່ຈິມິນ.

   ພາຍຫຼັງຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າ, ໝາກຜົນການຄົ້ນຄ້ວາ, ຖ່າຍຖອດເຕັກໂນໂລຊີ, ທົດລອງ, ຜະລິດວັກຊິນກັນໂຄວິດ 19 ຢູ່ພາຍໃນປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ລັດຖະບານມີຄວາມເອົາໃຈໃສ່ພິເສດກ່ຽວກັບການຖ່າຍຖອດເຕັກໂນໂລຊີ ແລະ ຜະລິດວັກຊິນກັນໂຄວິດ 19 ຢູ່ພາຍໃນປະເທດ. ທ່ານສະເໜີໃຫ້ເລື່ອງສົມທົບກັນລະຫວ່າງບັນດານັກວິທະຍາສາດ, ນັກຄຸ້ມຄອງ, ນັກຄົ້ນຄ້ວາ,  ຜະລິດ, ນັກຖ່າຍຖອດເຕັກໂນໂລຊີໂດຍພາຍໃຕ້ການປະສານງານຂອງກະຊວງສາທາລະນະສຸກຕ້ອງແໜ້ນແຟ້ນ, ມີປະສິດທິຜົນກ່ວາອີກ.

   ທ່ານນາຍົກລັດຖະມົນຕີ ຊີ້ນຳກະຊວງການເງິນ ແລະ ກະຊວງສາທາລະນະສຸກຕ້ອງສືບຕໍ່ຄົ້ນຄ້ວາບັນດານະໂຍບາຍບຸລິມະສິດທີ່ດີທີ່ສຸດໃຫ້ແກ່ການຜະລິດວັກຊິນກັນໂຄວິດ 19 ຢູ່ພາຍໃນປະເທດ ແລະ ຖ່າຍຖອດເຕັກໂນໂລຊີການຜະລິດວັກຊິນ ເພື່ອມີວັກຊິນໄວທີ່ສຸດຕາມຄວາມສາມາດ,  ພະຍາຍາມໃຫ້ໃນເດືອນກັນຍາ ຫວຽດນາມ ມີ ວັກຊິນກັນໂຄວິດ 19 ຜະລິດຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ