ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ IMF ຮ່ວມເດີນທາງກັບ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ
(VOVWORLD) -ໂດຍສືບຕໍ່ໂຄງການປະຕິບັດງານຢູ່ ອາເມລິກາ, ວັນທີ 16 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໂອ້ລົມທາງໂທລະສັບກັບທ່ານຮອງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Antoinette Monsio Sayeh.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ |
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ IMF ໃຫ້ຄຳປຶກສາ, ຂໍ້ສະເໜີແນະນະໂຍບາຍ ແລະ ໜູນຊ່ວຍດ້ານເຕັກນິກ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຊ່ວຍໃຫ້ລັດຖະບານ ຫວຽດນາມ ວາງແຜນກຳນົດ ແລະ ຜັນຂະຫຍາຍແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ (2021 - 2025) ແລະ ຍຸດທະສາດພັດທະນາເສດຖະກິດ - ສັງຄົມຄັ້ງໄລຍະ 10 ປີ (2021 - 2030) ຢ່າງມີປະສິດທິຜົນ, ຮ່ວມເດີນທາງກັບ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ.
ທ່ານຮອງຜູ້ອຳນວຍການໃຫຍ່ IMF ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ດີຂອງ IMF, IMF ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ຕາມບັນດາຂໍ້ສະເໜີຂອງ ນາຍົກລັດຖະມົນຕີ, ໃນນັ້ນຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການໃຫ້ຄຳປຶກສາກໍ່ສ້າງນະໂຍບາຍ, ທ່ານກໍ່ມີຄວາມຫວັງຢາກມາຢ້ຽມຢາມ, ເຮັດວຽກໂດຍກົງ ກັບອົງການທີ່ມີໜ້າທີ່ຄວາມຮັບຜິດຊອບ ຂອງ ຫວຽດນາມ ເພື່ອໃຫ້ມີບັນດາລາຍການລະອຽດ.