(VOVWORLD) -ຕອນບ່າຍວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທີ່ການພົບປະກັບການນຳສະມາຄົມວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ການພັດທະນາຕົວເມືອງ ແມ່ນຊ່ອງທາງເຕີບໂຕທີ່ສຳຄັນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການພົບປະ (ພາບ: nhandan.com.vn) |
ນີ້ກໍ່ແມ່ນທ່າອ່ຽງລວມຂອງໂລກ, ພັດທະນາຕົວເມືອງໄວແຕ່ຕ້ອງຖືກທິດ ແລະ ຍືນຍົງ. ນີ້ກໍ່ແມ່ນບັນຫາເຊິ່ງ ທ່ານນາຍົກລັດຖະມົນຕີ ໄດ້ວາງອອກໃຫ້ສະມາຄົມວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ. ດັ່ງນັ້ນ, ການວາງແຜນຜັງພັດທະນາຕົວເມືອງຕ້ອງມີວິໄສທັດ, ຖ້າຫາກບໍ່ມີ ຈະເກີດຜົນເສຍຫາຍຢ່າງໜັກທີ່ສຸດ.
ຕາມທ່ານນາຍົກລັດຖະມົນຕີແລ້ວ,ສະມາຄົມຄວນສືບຕໍ່ຍົກສູງຄຸນນະພາບວຽກງງານຕີລາຄາຄຸນນະ ພາບທາງສັງຄົມ,ໃນຂົງເຂດວາງແຜນຜັງກໍ່ສ້າງ,ຄຸ້ມຄອງພັດທະນາຕົວເມືອງ, ຊົນນະບົດໃຫ້ເໝາະສົມ ກັບໄລຍະພັດທະນາໃໝ່ຮອດປີ 2030, ວິໄສທັດປີ 2045 ຂອງ ປະເທດຊາດ.