ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ພົບປະສັງສັນກັບບັນດານັກທຸລະກິດສາກົນ
(ພາບ: TTXVN)
(vovworld) - ຕອນຄ່ຳວັນທີ 30/03, ຢູ່ ວັນມຽວກວກຕືຢາມ, ຮ່າໂນ້ຍ, ນັກທຸລະກິດກ່ວາ 40 ທ່ານ, ໃນນັ້ນມີເສດຖີເງິນຕື້ຫລາຍທ່ານມາຈາກຫລາຍປະເທດ, ເຂດແຄ້ວນໃນໂລກເຂົ້າຮ່ວມເຫດການດ້ວຍຊື່ວ່າ: “ຫວຽດນາມ ຄວາມງາມດັ່ງໃນຝັນ 2017”. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມເຫດການດັ່ງກ່າວ ເພື່ອຂ່ຳນັບຮັບຕ້ອນ ແລະ ໂອ້ລົມກັບນັກທຸລະກິດສາກົນ.
ບັນດານັກທຸລະກິດທີ່ເຕົ້າໂຮມຢູ່ ວັນມຽວກວກຕືຢາມ ເຂົ້າຮ່ວມເຫດການ “ຫວຽດນາມ ຄວາມງາມດັ່ງໃນຝັນ 2017” ປີນີ້ ລ້ວນແຕ່ແມ່ນບັນດານັກທຸລະກິດດີເດັ່ນ ພວມເປັນການນຳ, ບໍລິຫານບັນດາວິສາຫະກິດ, ເຄື່ອງໝາຍການຄ້າແຖວໜ້າໃນໂລກ. ໂດຍຜ່ານການເຄື່ອນໄຫວດຳເນີນທຸລະກິດໃນທົ່ວໂລກຂອງຕົນ, ບັນດາກຸ່ມບໍລິສັດ, ວິສາຫະກິດນີ້ ມີບົດບາດໃຫຍ່ຫລວງໃນການພັດທະນາປະຊາຄົມ. ດ້ວຍຈຸດປະສົງມາ ຮ່າໂນ້ຍ ເພື່ອເຂົ້າຮ່ວມການເຄື່ອນໄຫວວັດທະນະທຳ, ການທ່ອງທ່ຽວ, ປະເທດຊາດ ແລະ ຊາວ ຫວຽດນາມ, ບັນດານັກທຸລະກິດໄດ້ຢ້ຽມຊົມມໍລະດົກ, ສະຖາປັດຕະຍະກຳຂອງ ວັນມຽວກວກຕືຢາມ ແລະ ຮັບປະທານອາຫານ ຫວຽດນາມ ແລະ ສາກົນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ບັນດານັກທຸລະກິດຈະຮູ້ສຶກຈັບອົກຈັບໃຈ ແລະ ມີຄວາມປະທັບໃຈກ່ຽວກັບ ຫວຽດນາມ. ເນື່ອງໃນໂອາກາດນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ເຊື້ອເຊີນບັນດານັກທຸລະກິດມາ ຫວຽດນາມ ເຂົ້າຮ່ວມເຫດການ APEC ໃນທ້າຍປີນີ້.