ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ໄທ ຢ່າງເປັນທາງການ

(VOVWORLD) - ວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ເດີນທາງໄປຢ້ຽມຢາມ ໄທ ຢ່າງເປັນທາງການ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ໄທ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບປະກອບ)

ການຢ້ຽມຢາມ ຖືກດຳເນີນໄປແຕ່ວັນທີ 17 -19 ສິງຫາ, ໂດຍປະຕິບັດຕາມຄຳເຊື້ອເຊີນຂອງທ່ານນາຍົກລັດມົນຕີລາຊະອານາຈັກ ໄທ ປຣາຢຸດ ຈັນໂອຊາ. ນີ້ແມ່ນການຢ້ຽມຢາມໄທ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະເປັນນາຍົກລັດຖະມົນຕີ. ການຢ້ຽມຢາມໄດ້ຮັບການຈັດຕັ້ງໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ສືບຕໍ່ໄດ້ຮັບການປັບປຸງ ແລະ ນັບມື້ນັບດີງາມ. ການຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນໂອກາດເພື່ອໃຫ້ 2 ປະເທດຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກໍ່ຄືຫັນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເປັນລະອຽດ, ນຳການພົວພັນ 2 ປະເທດໃຫ້ພັດທະນາກ່ວາອີກ, ນັບມື້ນັບແທດຈິງ ແລະ ກ້າວເຂົ້າສູ່ລວງເລິກ.

ຕອບກັບ

ຂ່າວ/ບົດ​ອື່ນ