ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຂອງ ສະພາໃຫ້ຄໍາປຶກສານະໂຍບາຍເງິນຕາແຫ່ງຊາດ
(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາໄລຍະຂອງ ສະພາໃຫ້ຄໍາປຶກສານະໂຍບາຍເງິນຕາແຫ່ງຊາດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີກອງປະຊຸມ
(vov.vn)
|
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ສະພາໃຫ້ຄໍາປຶກສານະໂຍບາຍເງິນຕາແຫ່ງຊາດ ແມ່ນຊ່ອງຂໍ້ມູນຂ່າວສານທີ່ມີປະໂຫຍດ, ທ່ານນາຍົກລັດຖະມົນຕີສະແດງຄວາມປາດຖະໜາ ຢາກໃຫ້ບັນດານັກຊ່ຽວຊານປະກອບຄໍາເຫັນຢ່າງກົງໄປກົງມາ ກ່ຽວກັບບັນດາບັນຫາທີ່ໄດ້ວາງອອກ ສໍາລັບນະໂຍບາຍດ້ານການເງິນ, ເງິນຕາ ເພື່ອໃຫ້ລັດຖະບານມີຊ່ອງຂໍ້ມູນຂ່າວສານ ເພື່ອແກ້ໄຂບັນດາບັນຫາດັ່ງກ່າວໃຫ້ທັນການກວ່າ. ພ້ອມທັງຢືນຢັນວ່າ ຈະສືບຕໍ່ຢຶດໝັ້ນບັນດາເປົ້າໝາຍທີ່ພັກ, ສະພາແຫ່ງຊາດມອບໝາຍໃຫ້ລັດຖະບານບໍລິຫານ, ບໍ່ດັດປັບເປົ້າໝາຍ, ແຜນການປີ 2018, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ຂະແໜງການຂັ້ນຕ່າງໆຄວນ ຕ້ອງສືບຕໍ່ມານະພະຍາຍາມປ່ຽນແປງໃໝ່, ປະຕິຮູບຢ່າງແທ້ຈິງ, ເຄື່ອນໄຫວຢ່າງມີປະສິດທິຜົນກວ່າ ເພື່ອສູ້ຊົນປະຕິບັດສໍາເລັດບັນດາຕົວເລກຄາດໝາຍເສດຖະກິດ - ສັງຄົມ ຢ່າງຮອບດ້ານ. ເມື່ອຕັ້ງບັນຫາໃສ່ກັບລະດັບການເຕີບໂຕຄືປັດຈຸບັນ ແລະ ບັນດາແຜນການເຕີບໂຕໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດານັກຊ່ຽວຊານ ຍົກອອກບັນດາຂໍ້ສັງເກດ ກ່ຽວກັບທ່າອ່ຽງຂອງເງິນເຟີ້ໄລຍະກາງ, ໄລຍະຍາວ; ພ້ອມທັງຍົກອອກບັນດາມາດຕະການ ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງໄວ້. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ບັນດານັກຊ່ຽວຊານຂອງສະພາ ຈົ່ງປະກອບຄໍາເຫັນກ່ຽວກັບການສ້າງນະໂຍບາຍດ້ານການເງິນ, ການຄ້າຂອງ ຫວຽດນາມໃຫ້ສົມບູນແບບ ໃນສະພາບທີ່ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງບັນດາພື້ນຖານເສດຖະກິດແຖວໜ້າຂອງໂລກ ໂດຍສະເພາະແມ່ນກ່ຽວກັບການນໍາເຂົ້າ - ສົ່່ງອອກ, ດຸນການຊໍາລະ, ການລົງທຶນຈາກຕ່າງປະເທດ ແລະ ອື່ນໆ.