ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 30 ຢູ່ ຟີລິບປິນ
(ພາບປະກອບ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ສາທາລະນະລັດ ຟີລິບປິນ Rodrigo Roa Duterte, ວັນທີ 28/4, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 30 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຖືກຈັດຕັ້ງຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ ໃນວັນທີ 28 – 29/4. ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 30 ມີການເຂົ້າຮ່ວມຂອງການນຳ 10 ປະເທດ ອາຊຽນ; ນີ້ແມ່ນກອງປະຊຸມສຸດຍອດທຳອິດໃນປີປະທານ ອາຊຽນ 2017 ຂອງ ຟີລິບປິນ ດ້ວຍຫົວຂໍ້ວ່າ “ຮ່ວມແຮງຮ່ວມໃຈປ່ຽນແປງ, ເຊື່ອມຈອດທົ່ວໂລກ”. ກອງປະຊຸມສຸມໃສ່ເຂົ້າບັນດາຈຸດສຸມ ແລະ ບຸລິມະສິດຄື: ຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2025 ແລະ ບັນດາແຜນການກ່ຽວຂ້ອງຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມສຳພັນ, ຄວາມສາມັກຄີ ແລະ ເອກະພາບ ແລະ ບົດບາດໃຈກາງຂອງ ອາຊຽນ; ເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື; ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ໃນໄລຍະຢູ່ ຟີລິບປິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມວາລະໄຂ, ວາລະປະຊຸມຄົບຄະນະ ແລະ ວາລະອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 30. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ເຂົ້າຮ່ວມກອງປະຊຸມລະຫວ່າງບັນດາການນຳ ອາຊຽນ ກັບຜູ້ຕາງໜ້າຂອງສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA); ມີບັນດາການພົບປະ 2 ຝ່າຍກັບບັນດາການນຳບາງປະເທດສະມາຊິກ ອາຊຽນ.